spot_img
Homeຂ່າວພາຍ​ໃນຜູ້ແທນກະຊວງປ້ອງກັນປະເທດລາວ ຢ້ຽມຢາມກໍາປູເຈຍ

ຜູ້ແທນກະຊວງປ້ອງກັນປະເທດລາວ ຢ້ຽມຢາມກໍາປູເຈຍ

Published on

ຄະນະຜູ້ແທນການທະຫານຂັ້ນສູງ ກອງທັບປະຊາຊົນລາວ, ນໍາໂດຍ ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ຣາຊະອານາຈັກກໍາປູເຈຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 29-31 ກໍລະກົດ 2024 ໂດຍການຕ້ອນຮັບຂອງ ທ່ານ ພົນເອກ ວົງ ປີເຊັນ ຜູ້ບັນຊາການທະຫານສູງສຸດ ກອງທັບ ແຫ່ງຣາຊະອານາຈັກກໍາປູເຈຍ ພ້ອມຄະນະ.

May be an image of 4 people and text

ການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ຜົນສໍາເລັດຫລາຍດ້ານ ໃນການຮ່ວມມືຊ່ວຍເຫລືອເຊີ່ງກັນ ແລະ ກັນໃນໄລຍະຜ່ານມາ ເຊິ່ງນອນຢູ່ໃນທ່າມກາງບັນຍາກາດທີ່ສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງສອງພັກ-ສອງລັດ ແລະ ສອງກອງທັບ ໂດຍສະເພາະແມ່ນ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ກັບ ກອງບັນຊາການທະຫານສູງສຸດ ແຫ່ງ ຣາຊະອານາ ຈັກກໍາປູເຈຍ ພວມໄດ້ຮັບການເສີມຂະຫຍາຍນັບມື້ນັບແໜ້ນແຟ້ນ.

May be an image of 3 people and text

ສອງຝ່າຍເຫັນດີເປັນເອກະພາບໃນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນສອງກອງທັບ ຕ້ອງໄດ້ຊີ້ນໍາບັນດາກົມກອງ, ທ້ອງຖິ່ນ ທີ່ເຮັດໜ້າທີ່ຢູ່ລຽບຕາມຊາຍແດນ ລາວ-ກໍາປູເຈຍ ສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ ແລະ ສະກັດກັ້ນການສ້າງຄວາມບໍ່ສະຫງົບ ຢູ່ຂອບເຂດບໍລິເວນຊາຍແດນຂອງສອງປະເທດ, ພ້ອມທັງສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຕາມບໍລິເວນຊາຍແດນເຊັ່ນ: ການລັກລອບເຂົ້າເມືອງຜິດກົດໝາຍ, ອາຊະຍາກໍາຂ້າມຊາດ, ການຄ້າຢາເສບຕິດ, ການຄ້າມະນຸດ, ການຄ້າຂາຍເຖື່ອນ, ການຄ້າອາວຸດ ແລະ ການກໍ່ອາຊະຍາຕ່າງໆ ທີ່ຜິດກົດໝາຍ.

May be an image of 5 people and text

ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ພ້ອມດ້ວຍຄະນະ ໄດ້ເດີນທາງໄປ ກະຊວງປ້ອງກັນປະເທດ ແລະ ເຂົ້າຢ້ຽມຂໍ່ານັບ ທ່ານ ພົນເອກ ເຕຍ ໄຊຫາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກກໍາປູເຈຍ ໂດຍໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງໃນການເດີນທາງມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້. ພ້ອມນີ້, ທ່ານ ພົນເອກ ເຕຍ ໄຊຫາ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸນ ດ້ວຍໄມຕີຈິດມິດຕະ ພາບ ແລະ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ເຮັດວຽກ ຢູ່ຣາຊະອານາຈັກກໍາປູເຈຍ ຂອງຄະນະຜູ້ແທນລາວໃນຄັ້ງນີ້.

ຂ່າວ-ພາບ: ພັນຕີ ສີປະພັນ ແກ້ວມະນີວົງ, ວສລ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...