Homeຂ່າວພາຍ​ໃນທຳລາຍອາໄຫຼ່ລົດຈັກ ລອກແບບຫຼາຍຍີ່ຫໍ້

ທຳລາຍອາໄຫຼ່ລົດຈັກ ລອກແບບຫຼາຍຍີ່ຫໍ້

Published on

ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ທຳລາຍສິນຄ້າທີ່ລອກຮຽນແບບ-ປອມແປງ ແລະ ລະເມີດເຄື່ອງໝາຍການຄ້າ ໃນວັນທີ 1 ສິງຫາ 2024 ທີ່ເດີ່ນກິລາແຂວງອຸດົມໄຊ ໂດຍການເຂົ້າຮ່ວມຂອງ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງໆອຸດົມໄຊ, ທ່ານ ພູວຽງ ພົງສາ ຫົວໜ້າກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ທັງເປັນຫົວໜ້າກອງເລຂາຄະນະກຳມະການຄວບຄຸມການແຂ່ງຂັນທາງທຸລະກິດ, ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ໄມພອນ ສີລິວົງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ພ້ອມດ້ວຍເຈົ້າໜ້າທີ່ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

May be an image of 17 people and text

ໃນໄລຍະຜ່ານມາ, ສາມາດກວດກາເປົ້າໝາຍບໍລິສັດທີ່ໄດ້ລະເມີດ ພົບເຫັນສິນຄ້າລອກຮຽນແບບເຄື່ອງໝາຍການຄ້າ ມີ: ລົດຈັກຍີ່ຫໍ້ Loncin ທີ່ນໍາໃຊ້ສິ່ງຫຸ້ມຫໍ່ ແລະ ຊິ້ນສ່ວນລະເມີດເຄື່ອງໝາຍການຄ້າຂອງຍີ່ຫໍ້ ຮອນດ້າ Wave100s, Wave i, zoomer-x, MSX ໂດຍໃສ່ຊື່ອື່ນທີ່ບໍ່ກົງກັບສະບັບຕົ້ນຈຳນວນ 662 ຄັນ ແລະ ສະຕິກເກີ Wave 100s ຈຳນວນໜຶ່ງ ລວມມູນຄ່າທັງໝົດ 1,4 ຕື້ກວ່າກີບ.

May be an image of 1 person and jet ski

ການທໍາລາຍສິນຄ້າໃນຄັ້ງນີ້ ແມ່ນທໍາລາຍສິ່ງຫຸ້ມຫໍ່ ແລະ ຊິ້ນສ່ວນທີ່ມີການ ລະເມີດເຄື່ອງໝາຍການຄ້າເທົ່ານັ້ນ ທັງນີ້ກໍເພື່ອເປັນການສົ່ງເສີມການແຂ່ງຂັນທາງທຸລະກິດ ໃຫ້ມີຄວາມເປັນທຳ, ຖືກຕ້ອງ, ໂປ່ງໃສ ແລະ ເຮັດໃຫ້ສັງຄົມໄດ້ຮັບຊາບຜົນເສຍຫາຍຈາກສິນຄ້າທີ່ລະເມີດເຄື່ອງໝາຍການຄ້າ.

ຂ່າວ: ຄໍາພັນ ແກ້ວມະນີ, ປະເທດລາວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...