spot_img
Homeຂ່າວພາຍ​ໃນນັກກິລາຢິມນັສຕິກຕົວແທນລາວ ແຂ່ງຂັນໂອແລມປິກປາຣີ 2024

ນັກກິລາຢິມນັສຕິກຕົວແທນລາວ ແຂ່ງຂັນໂອແລມປິກປາຣີ 2024

Published on

ອີງຕາມການລາຍງານຂອງທ່ານ ໂພແກ້ວ ພິລາພັນເດຊ ຮອງປະທານສະຫະພັນ ຢີມນາສຕິກລີລາແຫ່ງຊາດລາວ ໃຫ້ຮູ້ວ່າ: ແພຣວາ ມີຊາໂຕະ ພິລາພັນເດຊ ນັກກິລາຢີມນາສຕິກລີລາ ທີມຊາດລາວ ຈະອອກເດີນທາງເຂົ້າຮ່ວມການແຂ່ງຂັນກິລາໂອແລມປິກ ປາຣີ 2024 ໃນວັນທີ 1 ສິງຫາ 2024 ນີ້. ທ່ານຍັງໃຫ້ຮູ້ຕື່ມອີກວ່າ: ໃນໄລຍະຜ່ານມາ, ແພຣວາ ໄດ້ຝຶກຊ້ອມເກັບຕົວ ກຽມຄວາມພ້ອມ ຢູ່ທີ່ປະເທດອາເຊີໄບຈານ, ໂດຍການສະໜັບສະໜູນຈາກສະຫະພັນ ຢີມນາສຕິກ ອາເຊີໄບຈານ ເປັນໄລຍະເວລາ 1 ເດືອນເຕັມ.

May be an image of 3 people, heart and text

ເຊິ່ງແພຣວາ ກໍໄດ້ໃຫ້ສຳພາດວ່າ: ”ຕອນນີ້ນ້ອງພ້ອມແລ້ວ ທີ່ຈະລົງສະໜາມແຂ່ງຂັນ, ຫຼັງຈາກໄດ້ຝຶກຊ້ອມຢູ່ທີ່ອາເຊີໄບຈານ, ເຊິ່ງມີນັກກິລາທີ່ເຂົ້າຮ່ວມໂອແລມປິກ ໄປຊ້ອມຢູ່ທີ່ນັ້ນຫຼາຍຄົນ, ສ່ວນອາການບາດເຈັບຂອງນ້ອງແມ່ນດີຂຶ້ນຫຼາຍ ແລະ ຊ້ອມໄດ້ຄ່ອງຕົວຫຼາຍຂຶ້ນ, ຄິດວ່າຮອດມື້ແຂ່ງຂັນຕົວຈິງ ທຸກຢ່າງຈະຜ່ານໄປໄດ້ດ້ວຍດີ ຈະເຮັດໃຫ້ເຕັມທີ່ , ຂໍຝາກເຖິງພໍ່ແມ່ປະຊາຊົນຊາວລາວທຸກໆທ່ານ ເປັນກຳລັງຊ່ວຍເຊຍ, ສົ່ງກຳລັງໃຈໃຫ້ນັກກິລາລາວ ທັງ 4 ຄົນພວກເຮົາດ້ວຍ”

May be an image of 1 person and text

ສຳລັບ, ໂປຣແກຣມລົງແຂ່ງຂັນກິລາຢີມນາສະຕິກລີລາ ຂອງ ແພຣວາ ມີຊາໂຕະ ພິລາພັນເດຊ ຈະມີຂຶ້ນໃນວັນທີ 8-9 ສິງຫາ 2024, ສະເພາະຮອບຄັດເລືອກ ຈະແຂ່ງຂັນໃນວັນທີ 8 ສິງຫາ 2024 ເລີ່ມແຂ່ງຂັນເວລາ 10:00 ໂມງ ເປັນຕົ້ນໄປ ຫຼື ເວລາ 15:00 ໂມງຕາມເວລາທ້ອງຖິ່ນຂອງປະເທດລາວ. ສ່ວນຮອບຊີງຊະນະເລີດ ຈະຈັດຂຶ້ນໃນວັນທີ 9 ສິງຫາ 2024 ເລີ່ມແຂ່ງຂັນ ເວລາ 14:30 ໂມງ ຫຼື ປະມານ 19:30 ໂມງ ຕາມເວລາທ້ອງຖິ່ນ ຂອງປະເທດລາວ.

ຂ່າວ: ໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ ອອນລາຍ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...