spot_img
Homeຂ່າວພາຍ​ໃນຕິດຕາມລາຄາສິນຄ້າ ຢູ່ຕະຫລາດໃໝ່ປາກເຊ

ຕິດຕາມລາຄາສິນຄ້າ ຢູ່ຕະຫລາດໃໝ່ປາກເຊ

Published on

ແຫຼ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງຈຳປາສັກ ພ້ອມດ້ວຍຂະແໜງການຄ້າພາຍໃນ ແລະ ເຈົ້າໜ້າທີ່ກວດກາການຄ້າທີ່ກ່ຽວຂ້ອງ ເຄື່ອນໄຫວຕິດຕາມເກັບກໍາຂໍ້ມູນ ລາຄາສິນຄ້າ ອຸປະໂພກ-ບໍລິໂພກ ໂດຍສະພາະ ລາຄາໝາກໄມ້, ລາຄາເຄື່ອງນຸ່ງຫົ່ມ, ລາຄາຊີ້ນໝູ, ໄກ່, ປາ ແລະ ເຂົ້າສານ ໃນວັນທີ 31 ກໍລະກົດ ທີ່ຜ່ານມາ ທີ່ຕະຫຼາດໃໝ່ປາກເຊ, ພ້ອມທັງເກັບກໍາຂໍ້ມູນສິນຄ້າອຸປະໂພກ-ບໍລິໂພກ ທີ່ນໍາມາຈໍາໜ່າຍຢູ່ຕະຫຼາດດັ່ງກ່າວ, ຊຸກຍູ້ໃຫ້ພໍ່ຄ້າຊາວຂາຍ ຕິດລາຄາສິນຄ້າທີ່ວາງຈໍາໜ່າຍ ເປັນເງິນກີບ ແລະ ຊຸກຍູ້ໃຫ້ຕິດສະຫຼາກສິນຄ້າ ເປັນພາສາລາວ ຕື່ມອີກ.

May be an image of 5 people and text

ຈຸດປະສົງ ກໍເພື່ອເກັບກໍາຂໍ້ມູນລາຄາສິນຄ້າອຸປະໂພກ-ບໍລິໂພກ ຢູ່ຕະຫລາດໃໝ່ປາກເຊ ໃຫ້ເຫັນສະພາບຕົວຈິງ ດ້ານລາຄາສິນຄ້າ ທີ່ຜູ້ຄ້າຂາຍໄດ້ວາງຂາຍ ຖືກຕ້ອງຕາມລາຄາທີ່ພາກລັດກໍານົດ ຫລື ບໍ່ ເພື່ອປຸກລະດົມຊຸກຍູ້ ໃຫ້ແມ່ຄ້າໄດ້ຂາຍສິນຄ້າຂອງຕົນ ຖືກຕ້ອງຕາມລາຄາທີ່ລັດກໍານົດໃຫ້.

May be an image of 6 people and text

ສ່ວນລາຄາສິນຄ້າໃນໄລຍະທ້າຍ ເດືອນກໍລະກົດ 2024, ເຂົ້າສານໜຽວ ລາຄາ ຕໍ່າສຸດ 13.000 ກີບຕໍ່ກິໂລກຣາມ ແລະ ລາຄາ ສູງສຸດ 18.000 ກີບຕໍ່ກິໂລກຣາມ, ເຂົ້າສານຈ້າວ ລາຄາ ຕໍ່າສຸດ 20.000 ກີບຕໍ່ກິໂລກຣາມ ແລະ ລາຄາ ສູງສຸດ 25.000 ກີບຕໍ່ກິໂລກຣາມ, ຊີ້ນໝູ ລາຄາ 85.000 ກີບຕໍ່ກິໂລກຣາມ, ຊີ້ນງົວ ແລະ ຄວາຍ ລາຄາ 140.000 ກີບຕໍ່ກິໂລກຣາມ, ປານິນລ້ຽງ ມີລາຄາ 60.000 ກີບຕໍ່ກິໂລກຣາມ, ປາດຸກລ້ຽງ ລາຄາ 38.000 ກີບຕໍ່ກິໂລກຣາມ, ໄຂ່ໄກ່ ລາຄາ 65.000 ກີບຕໍ່ແຕະ.

May be an image of 5 people and text

ສໍາລັບການຕອບສະໜອງຄວາມຕ້ອງການ ສິນຄ້າ ໃນໄລຍະ 6 ເດືອນ 2024 ໂດຍສະເພາະ ເຂົ້າສານໜຽວ ສາມາດຕອບສະໜອງໄດ້ 23 ໂຕນຕໍ່ເດືອນ, ຊີ້ນໝູ ສາມາດຕອບສະໜອງຄວາມຕ້ອງການໄດ້ 80 ໂຕນຕໍ່ເດືອນ, ປານິນ ສາມາດຕອບສະໜອງໄດ້ 160 ໂຕນຕໍ່ເດືອນ, ໄຂ່ໄກ່ ສາມາດຕອບສະໜອງໄດ້ 210.000 ແຕະຕໍ່ເດືອນ.

ຂ່າວ-ພາບ: ທູນທອງໃຈ, ປະເທດລາວ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...