spot_img
Homeຂ່າວພາຍ​ໃນບໍລິຄຳໄຊ ມ້າງຄະດີຢາເສບຕິດລາຍໃຫຍ່

ບໍລິຄຳໄຊ ມ້າງຄະດີຢາເສບຕິດລາຍໃຫຍ່

Published on

ເຈົ້າໜ້າທີ່ ປກສ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ໃນຕົ້ນເດືອນກໍລະກົດ 2024 ມີແຫຼ່ງຂ່າວແຈ້ງວ່າ ມີກຸ່ມຄົນຈໍານວນໜຶ່ງໄດ້ເຄື່ອນໄຫວ ຄ້າ-ຂາຍ ແລະ ຂົນສົ່ງຢາເສບຕິດຈໍານວນຫຼາຍ ຈາກນະຄອນຫຼວງວຽງຈັນ ຜ່ານເສັ້ນທາງ 13 ໃຕ້ ໄປສູ່ເມືອງຄໍາເກີດ ແຂວງບໍລິຄໍາໄຊ ສົ່ງອອກສູ່ປະເທດໃກ້ຄຽງ; ຈາກນັ້ນ, ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງບໍລິຄໍາໄຊ ໄດ້ຕິດຕໍ່ປະສານສົມທົບພາກສ່ວນວິຊາສະເພາະທີ່ປະຈຳຈຸດກວດກາ ເພື່ອຕິດຕາມເປົ້າໝາຍສົງໄສ ຈົນສາມາດຮູ້ໄດ້ການເຄື່ອນໄຫວ ແລະ ພົບເຫັນກຸ່ມເປົ້າໝາຍທີ່ພວມຈະຂົນສົ່ງຢາເສບຕິດອອກໄປຂາຍຢູ່ຕ່າງປະເທດ ໂດຍອາໄສຂົນສົ່ງຜ່ານເສັ້ນທາງຫຼວງອອກສູ່ຊາຍແດນໄປຍັງປະເທດໃກ້ຄຽງ.

May be an image of text

ຈາກນັ້ນ, ເຈົ້າໜ້າທີ່ ຕິດຕາມບັນດາເປົ້າໝາຍຕ້ອງສົງໄສ ຈົນມາຮອດເວລາ 1 ໂມງເຊົ້າ ຂອງວັນທີ 29 ກໍລະກົດ 2024 ຈຶ່ງພົບເຫັນລົດບັນທຸກ 22 ລໍ້, ສີແດງ, ຍີ່ຫໍ້ ໂຮໂວ ໝາຍເລກທະບຽນ ບຄ 2577 ກໍາແພງນະຄອນ, ເຊິ່ງມີລົດຟໍຈູເນີ ສີຂາວ, ໝາຍເລກທະບຽນ ກນ 9424 ກໍາແພງນະຄອນ ທີ່ຂັບຂີ່ມາກ່ອນ ເພື່ອສັງເກດການປະຕິບັດວຽກງານຂອງເຈົ້າໜ້າທີ່, ພໍມາຮອດຈຸດກວດກາ ເຂດບ້ານນາໄຊ, ເມືອງທ່າພະບາດ, ແຂວງບໍລິຄຳໄຊ, ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ອອກຄໍາສັ່ງໃຫ້ພາຫະນະຢຸດຈອດ ແລ້ວເຫັນນັກຂັບຂີ່ມີສີໜ້າທ່າທາງຜິດປົກກະຕິ ບໍ່ໃຫ້ຄວາມຮ່ວມືກັບເຈົ້າໜ້າທີ່, ຈຶ່ງໄດ້ເຂົ້າກວດກາ.

May be an image of 13 people

ຜ່ານການກວດກາ ພົບເຫັນຂອງກາງປະເພດ ຢາເສບຕິດບັນຈຸມາເຕັມໃນລົດ , ພ້ອມນັ້ນກໍໄດ້ກັກຕົວຜູ້ຮ່ວມຂະບວນການ ທັງໝົດ 3 ຄົນ, ມາສືບສວນ-ສອບສວນ ໃນເບື້ອງຕົ້ນຮູ້ວ່າ: ຊື່ ທ້າວ ຊໍ່ມົວ ອາຍຸ 43 ປີ, ທ້າວ ຕູ້ຢ່າງ ອາຍຸ 23 ປີ ທັງສອງຢູ່ບ້ານວັງເຮືອ, ເມືອງທຸລະຄົມ, ແຂວງວຽງຈັນ ແລະ ທ້າວ ກູ້ຊົ່ງ ອາຍຸ 29 ປີ ຢູ່ບ້ານພູຄໍາ, ເມືອງບໍລິຄັນ, ແຂວງບໍລິຄຳໄຊ ພ້ອມຂອງກາງສິ່ງເສບຕິດ ປະເພດຢາໄອສ໌ ຈໍານວນ 44 ເປົາ ຫຼື 1,449 ຫໍ່, ນໍ້າໜັກ 1,449 ກິໂລກຼາມ, ຢູ່ເທິງລົດບັນທຸກ 22 ລໍ້ ຄັນດັ່ງກ່າວ.

ປັດຈຸບັນ, ເຈົ້າໜ້າທີ່ວິຊາສະເພາະກຳລັງເລັ່ງດຳເນີນການສືບສວນ-ສອບສວນ ຂະຫຍາຍຜົນຫາຜູ້ຮ່ວມຂະບວນການມາດຳເນີນຄະດີ ຕາມຂັ້ນຕອນຂອງກົດໝາຍ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...