spot_img
Homeຂ່າວພາຍ​ໃນສຳຫຼວດ-ສ້ອມແປງ ຫຼາຍເສັ້ນທາງທີ່ເປ່ເພ

ສຳຫຼວດ-ສ້ອມແປງ ຫຼາຍເສັ້ນທາງທີ່ເປ່ເພ

Published on

ແຫຼ່ງຂ່າວຈາກ ແຂວງບໍ່ແກ້ວໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 26-27 ກໍລະກົດ ທີ່ຜ່ານມາ, ຄະນະກໍາມະການຄວບຄຸມໄພພິບັດຂັ້ນເມືອງເມິງ ແຂວງບໍ່ແກ້ວ ຮ່ວມກັບ ບໍລິສັດ ຢຸຍເຊີນ ກໍ່ສ້າງຂົວທາງ ແລະ ເຄຫາສະຖານ ຈໍາກັດ ລົງສໍາຫຼວດເສັ້ນທາງທີ່ເປ່ເພ ໃນໄລຍະລະດູຝົນ, ແຕ່ເທສະບານເມືອງເມິງ ຫາ ຂົວນໍ້າຟ້າ-ສາມແຍກເຂົ້າບ້ານນໍ້າຄາລື້ ແລະ ສາມແຍກເຂົ້າບ້ານປຸ່ງຈອມແສງ ຫາສາມແຍກບ້ານຜາດໍາ, ເມືອງເມິງ, ແຂວງບໍ່ແກ້ວ.

May be an image of 7 people and grass

ການສໍາຫຼວດເສັ້ນທາງທີ່ເປ່ເພໃນຄັ້ງນີ້, ເພື່ອແກ້ໄຂສຸກເສີນເສັ້ນທາງທີ່ເປ່ເພໃນບາງຈຸດທີ່ບໍ່ສາມາດທຽວໄດ້ ໃນໄລຍະລະດູຝົນນີ້ , ເຊິ່ງໄດ້ສ້າງຄວາມຫຍຸ້ງຍາກ ໃນການສັນຈອນໄປ-ມາ ກໍຄື: ການຂົນສົ່ງສິນຄ້າ ເປັນຕົ້ນ ດິນເຊາະເຈື່ອນຖົມເສັ້ນທາງ, ຂຸດຮອງລະບາຍນໍ້າ, ຖົມເສັ້ນທາງທີ່ເປັນບວກເປັນຂຸມ ແລະ ອະນາໄມທໍ່ລະບາຍນໍ້າ.

May be an image of 1 person

ຜ່ານການສໍາຫຼວດເຫັນວ່າ: ເສັ້ນທາງແຕ່ເທສະບານເມືອງເມິງ, ແຂວງບໍ່ແກ້ວ ຫາ ຂົວນໍ້າຟ້າ ຊາຍແດນເມືອງລອງ ແຂວງຫຼງນໍ້າທາ, ເຊິ່ງມີຄວາມຍາວ 34 ກິໂລແມັດ, ແຕ່ເທສະບານເມືອງເມິງຫາ ສາມແຍກເຂົ້າບ້ານນໍ້າຄາລື້ ມີຄວາມຍາວ 34 ກິໂລແມັດ ແລະ ແຕ່ສາມແຍກເຂົ້າບ້ານປຸງຈອມແສງ ຫາ ສາມແຍກບ້ານຜາດໍາ ມີຄວາມຍາວ 25,42 ກິໂລແມັດ.

May be an image of 6 people and motorcycle

ເຊິ່ງທາງບໍລິສັດ ຈະໄດ້ນໍາເອົາກົນຈັກເຂົ້າມາປັບປຸງສ້ອມແປງ ແລະ ແກ້ໄຂສຸກເສີນ ໃຫ້ທ່ວງທັນກັບສະພາບການ, ເພື່ອຄວາມສະດວກສະບາຍໃນການເດີນທາງໄປ-ມາ ກໍຄື: ການຂົນສົ່ງສິນຄ້າຕ່າງໆ ລະຫວ່າງ ເມືອງເມິງ ຫາເມືອງລອງ ແຂວງຫຼວງນໍ້າທາ, ເທສະບານເມືອງເມິງ ຫາ ເມືອງຫ້ວຍຊາຍ ແລະ ບ້ານ ຫາ ບ້ານພາຍໃນເມືອງ ໃຫ້ມີຄວາມສະດວກສະບາຍ ແລະ ວ່ອງໄວຂຶ້ນກວ່າເກົ່າ.

ຂ່າວ: ອຸ່ນຄໍາ ຂັນວາລິດ, ປະເທດລາວ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...