Homeຂ່າວພາຍ​ໃນທຳລາຍສິນຄ້າລອກແບບ ປະເພດໝໍ້ໄຟ

ທຳລາຍສິນຄ້າລອກແບບ ປະເພດໝໍ້ໄຟ

Published on

ເມື່ອບໍ່ດົນມານີ້, ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໄດ້ຈັດພິທີທໍາລາຍ ສິນຄ້າທີ່ລະເມີດເຄື່ອງໝາຍການຄ້າປະເພດໝໍ້ໄຟ (Battery) ຍີ່ຫໍ້ GS Yuasa Corporation ຈຳນວນ 313 ໜ່ວຍ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄອນສະຫວັນ ສຸກຂະເສີມ ຮັກສາການຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ມີຄະນະກໍາມະການທີ່ກ່ຽວຂ້ອງຂອງແຂວງ ແລະ ບໍລິສັດຫຼາວເພັດຮຸ່ງຈະເລີນ ຈໍາກັດ ເຂົ້າຮ່ວມເປັນສັກຂີພິຍານ.

May be an image of 2 people and text

ພະແນກອຸດສາຫະກຳ ແລະ ການຄ້າແຂວງບໍລິຄຳໄຊ ໄດ້ອອກແຈ້ງການ ສະບັບເລກທີ 2216/ພອຄ, ລົງວັນທີ 23 ພະຈິກ 2023 ເຖິງບັນດາຮ້ານຈຳໜ່າຍຕາມທ້ອງຕະຫຼາດໃນທົ່ວເມືອງປາກຊັນ ຊາບວ່າ: ໃນວັນທີ 23 ພະຈິກ 2023 ພະນັກງານພະແນກອຸດສາຫະກຳ ແລະ ການຄ້າແຂວງ ກັບ ຄະນະກຳມະການທີ່ກ່ຽວຂ້ອງ ຮ່ວມບໍລິສັດຫຼາວເພັດ ຮຸ່ງຈະເລີນ ຈຳກັດ ຈະໄດ້ລົງກວດກາສິນຄ້າປະເພດໝໍ້ໄຟ (Battery) ຍີ່ຫໍ້ GS Yuasa Corporation.

May be an image of 7 people and text

ຜ່ານການຈັດຕັ້ງປະຕິບັດຕົວຈິງໃນການກວດກາທາງຂະແໜງຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ ລົງກວດກາຈຳນວນ 9 ຮ້ານ ໄດ້ພົບເຫັນສິນຄ້າທີລະເມີດເຄື່ອງໝາຍການຄ້າປະເພດໝໍ້ໄຟ (Battery) ຍີ່ຫໍ້ GS Yuasa Corporation ຢູ່ 6 ຮ້ານ, ຈໍານວນໝໍ້ໄຟທັງໝົດ 313 ໜ່ວຍ ໃນນັ້ນໝໍ້ໄຟຂະນາດ 30 ແອມ ຈຳນວນ 50 ໜ່ວຍ 40 ແອມ 40 ໜ່ວຍ 70 ແອມ 38 ໜ່ວຍ 90 ແອມ 110 ໜ່ວຍ ແລະ ຂະໜາດ 120 ແອມ 40 ໜ່ວຍ ລວມມູນຄ່າ 326.000.000 ລ້ານກີບ ສິນຄ້າທີ່ກວດພົບໃນຄັ້ງນີ້ແມ່ນໄດ້ຢຶດ ແລະ ທໍາລາຍຕາມລະບຽບການ ບໍ່ໃຫ້ມີການນໍາສິນຄ້າດັ່ງກ່າວມາຈຳໜ່າຍອີກ ເພື່ອປົກປ້ອງສິດຜົນປະໂຫຍດຂອງເຈົ້າຂອງເຄື່ອງໜາຍການຄ້າ, ບັນດາຫົວໜ່ວຍທຸລະກິດໃຫ້ເຄື່ອນໄຫວຖຶກຕ້ອງຕາມລະບຽບກົດໝາຍ ຮັບປະກັນໃຫ້ແກ່ຜູ້ຊົມໃຊ້ໄດ້ໃຊ້ສິນຄ້າທີມີຄຸນນະພາບ ແລະ ປອດໄພ.

ຂ່າວ-ພາບ: ວຽງສະຫວັນ, ໜັງສືພິມບໍລິຄຳໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...