spot_img
Homeຂ່າວຕ່າງປະເທດເຮືອບິນຕົກທີ່ເນປານ ເສຍຊີວິດ 18 ຄົນ

ເຮືອບິນຕົກທີ່ເນປານ ເສຍຊີວິດ 18 ຄົນ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ: ເມື່ອວັນທີ 24 ກໍລະກົດທີ່ຜ່ານມາ, ເກີດເຫດສຸດເສົ້າຈາກອຸບັດຕິເຫດເຮືອບິນຕົກທີ່ປະເທດເນປານ, ເຊິ່ງສາຍການບິນດັ່ງກ່າວແມ່ນສາຍການບິນ Saurya Airlines, ມີຜູ້ເສຍຊີວິດຈຳນວນ 18 ຄົນ, ລອດຊີວິດພຽງ 1 ຄົນ, ເຊິ່ງແມ່ນນັກບິນ.

May be an image of 7 people

ຕາມການລາຍງານໄດ້ໃຫ້ຮູ້ວ່າ: ເຮືອບິນດັ່ງກ່າວມີຜູ້ໂດຍສານທັງໝົດປະມານ 19 ຄົນ, ມີເຈົ້າໜ້າທີ່ຝ່າຍເທັກນິກສາຍການບິນ 17 ຄົນ ແລະ ລູກເຮືອ 2 ຄົນ, ຖ້ຽວບິນນີ້ເປັນຖ້ຽວບິນທົດສອບ, ເຊິ່ງເກີດເຫດໃນຂະນະທີ່ນັກບິນໄດ້ນຳເຮືອບິນ ບິນຂຶ້ນຈາກສະໜາມບິນຕຣີພູວັນ ເມື່ອເວລາ 11:15 ນາທີ(ຕາມເວລາທ້ອງຖິ່ນ) ເພື່ອຈະເດີນທາງໄປເມືອງໂພຄາຣາ ແຕ່ກໍມາເກີດອຸບັດຕິເຫດດັ່ງກ່າວຂຶ້ນ. ສ່ວນສາເຫດຂອງການເກີດອຸບັດຕິເຫດດັ່ງກ່າວ, ເຈົ້າໜ້າທີ່ກຳລັງທຳການສືບສວນຢ່າງລະອຽດ.

ຂ່າວ: bbc

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...