Homeຂ່າວຕ່າງປະເທດໂຫດຮ້າຍ! ເຫດກາດຍິງບ້ານພັກຜູ້ສູງອາຍຸ ທີ່ໂຄເອເຊຍ

ໂຫດຮ້າຍ! ເຫດກາດຍິງບ້ານພັກຜູ້ສູງອາຍຸ ທີ່ໂຄເອເຊຍ

Published on

ສຳນັກຂ່າວຕ່າງປະເທດ ລາຍງານວ່າ: ເມື່ອວັນທີ 22 ກໍລະກົດທີ່ຜ່ານມາ, ເກີດເຫດກາດຍິງໃນບ້ານພັກຜູ້ສູງອາຍຸ ທີ່ເມືອງດາລູວາ, ປະເທດໂຄເອເຊຍ, ເມື່ອເວລາປະມານ 10:00 ໂມງ ຕາມເວລາທ້ອງຖິ່ນ ແລ້ວຫຼົບໜີໄປ.ເຊິ່ງເຫດການດັ່ງກ່າວໄດ້ເຮັດໃຫ້ມີຜູ້ເສຍຊີວິດເຖິງ 6 ຄົນ, ເປັນຜູ້ສູງອາຍຸທີ່ອາໄສໃນບ້ານພັກດັ່ງກ່າວ 5 ຄົນ ແລະ ເຈົ້າໜ້າທີ່ດູແລຜູ້ສູງອາຍຸ 1 ຄົນ, ມີຜູ້ບາດເຈັບອີກ 6 ຄົນ.

Police cars are stationed in front of a retirement home where at least five people were killed in a shooting in Daruvar, Croatia on July 22, 2024.

ຕໍ່ກັບເຫດການທີ່ເກີດຂຶ້ນເຈົ້າໜ້າທີ່ໄດ້ລາຍງານວ່າ:​ ສາມາດຈັບກຸມຕົວຄົນຮ້າຍພ້ອມທັງອາວຸດປືນທີ່ຄອບຄອງຢ່າງຜິດກົດໝາຍໄດ້ແລ້ວ ທີ່ຮ້ານແຫ່ງໜຶ່ງ ທີ່ຢູ່ບໍ່ໄກຈາກຈຸດເກີດເຫດ, ເຊິ່ງເຈົ້າໜ້າກຳລັງຢູ່ໃນຂະບວນການສືບສວນສອບສວນຫາແຮງຈູງໃຈໃນການກໍ່ເຫດດັ່ງກ່າວຂຶ້ນ.

A police officer stands outside the cafe where the shooter was arrested.

ນາຍົກລັດຖະມົນຕີໂຄເອເຊຍໄດ້ອອກມາປະນາມຕໍ່ກັບການກະທຳອັນໂຫດຮ້າຍດັ່ງກ່າວ, ພ້ອມສະແດງຄວາມເສຍໃຈຕໍ່ກັບເຫດການທີ່ເກີດຂຶ້ນ, ເນື່ອງຈາກຜູ້ເສຍຊີວິດສ່ວນຫຼາຍມີອາຍຸໃນລະຫວ່າງ 90 ກວ່າປີ.

ຂ່າວ: cnn

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...