spot_img
Homeຂ່າວພາຍ​ໃນກໍ່ເຫດລັກນໍ້າມັນຫຼາຍປໍ້າ ເພື່ອເອົາໄປຂາຍຕໍ່

ກໍ່ເຫດລັກນໍ້າມັນຫຼາຍປໍ້າ ເພື່ອເອົາໄປຂາຍຕໍ່

Published on

ພັອ ວົງຄໍາ ອິນທະບານ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ສະຫວັນນະເຂດ, ຜູ້ຊີ້ນໍາວຽກງານຫ້ອງຕຳຫຼວດ ໄດ້ໃຫ້ຮູ້ວ່າ:
ໃນເດືອນເມສາທີ່ຜ່ານມາ, ທາງເຈົ້າໜ້າທີ່ ປກສ ແຂວງ ສະຫວັນນະເຂດ ໄດ້ຮັບການລາຍງານຈາກເຈົ້າໜ້າທີ່ກອງບັນຊາການ ປກສ ນະຄອນໄກສອນພົມວິຫານວ່າ: ໄດ້ມີກຸ່ມຄົນບໍ່ດີຈໍານວນໜຶ່ງໄດ້ມີການເຄື່ອນໄຫວລັກຊັບ ປະເພດ(ນໍ້າມັນ) ຢູ່ຕາມບັນດາປໍ້ານໍ້າມັນຕ່າງໆ, ພາຍຫຼັງໄດ້ຮັບການລາຍງານແລ້ວ ເຈົ້າໜ້າທີ່ ໄດ້ລົງເກັບກໍາຂໍ້ມູນ, ກວດກາກ້ອງວົງຈອນປິດ ແລະ ຕິດຕາມເປົ້າໝາຍ.

น้ำมันเครื่องมอเตอร์ไซค์ ควรเปลี่ยนเมื่อไหร่ ? - 35yontrakan

ຜ່ານການຕິດຕາມຂອງເຈົ້າໜ້າທີ່ ມາໄລຍະໜຶ່ງ ຈຶ່ງສາມາດກັກຕົວເປົ້າໝາຍຜູ້ລົງມືກໍ່ເຫດໄດ້ ຄື: ທ້າວ ແກ້ວ, ອາຍຸ 38 ປີ, ອາຊີບກໍາມະກອນ, ຢູ່ບ້ານ ສອນມີໄຊ, ເມືອງ ເຊໂປນ, ແຂວງ ສະຫວັນນະເຂດ ມາສືບສວນ-ສອບສວນຫາຜູ້ຮ່ວມຂະບວນການ. ຜ່ານການສືບສວນ-ສອບສວນ ຜູ້ກ່ຽວໄດ້ຮັບສາລະພາບວ່າ: ຕົນເອງໄດ້ມີເຄື່ອນໄຫວຫາລັກ ນໍ້າມັນແທ້, ໂດຍແມ່ນຮ່ວມກັບໝູ່ອີກ ຈໍານວນ 3 ຄົນໄດ້ເຄື່ອນໄຫວອອກຫາ ລັກນໍ້າມັນຢູ່ຕາມບັນດາປໍ້ານໍ້າມັນຕ່າງໆທີ່ບໍ່ມີຄົນຢູ່ປະຈໍາ ເຊິ່ງໃຊ້ໄດດູດນໍ້າມັນຂະໜາດນ້ອຍຕໍ່ໃສ່ໝໍ້ໄຟລົດ, ຫຼັງຈາກນັ້ນກໍ່ດູດເອົານໍ້າມັນຈາກສະແຕັກໄປໃສ່ກະຕຸກທີ່ກະກຽມມາ.

ພາຍຫຼັງລັກໄດ້ແລ້ວ ກໍ່ໄດ້ເອົາໄປຂາຍຕໍ່ໃຫ້ພໍ່ຄ້າຊາວຫວຽດນາມ, ເມື່ອໄດ້ຮູ້ຄືແນວນັ້ນທາງເຈົ້າໜ້າທີ່ໄດ້ເລັ່ງລົງຕິດຕາມຫາຜູ້ຮ່ວມຂະບວນການ ແລະ ສາມາດກັກຕົວໄດ້ຕື່ມອີກ 1 ຄົນ, ຊື່ ທ້າວ ອິນທະຫວາ ອາຍຸ 40 ປີ, ອາຊີບ ກໍາມະກອນ, ບ້ານ ນາເຕີ້, ເມືອງ ວິລະບູລີ, ແຂວງ ສະຫວັນນະເຂດ, ມາສືບສວນ- ສອບສວນ ດໍາເນີນຄະດີຕາມຂັ້ນຕອນກົດໝາຍ.

ຂ່າວ: ປກສ ສະຫວັນນະເຂດ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...