Homeຂ່າວພາຍ​ໃນ9 ສູດຊົງເຫລົ້າຕ້ອງຫ້າມ ອັນຕະລາຍເຖິງຊີວິດ

9 ສູດຊົງເຫລົ້າຕ້ອງຫ້າມ ອັນຕະລາຍເຖິງຊີວິດ

Published on

1

               ໃຜ ທີ່ເປັນຄໍປາລ໌ຕີ້ກິນດື່ມແລ້ວ ຕ້ອງຟັງທາງນີ້ ຫາກເຈົ້າຄິດຈະດື່ມກັນທັງທີ ກໍຕ້ອງເບິ່ງແຍງສຸຂະພາບກັນນຳ ເພາະຫາກຍັງຊວນກັນເມົາແບບບໍ່ລືມຫູລືມຕາກໍອາດເປັນອັນຕະລາຍເຖິງຊີວິດໄດ້ ເພາະຍັງມີຄວາມລັບກ່ຽວກັບເຄື່ອງດື່ມທີ່ມີແອນກໍຮອລ໌ອີກຫລາຍຢ່າງທີ່ຫລາຍຄົນຍັງບໍ່ ຮູ້ ສະນັ້ນເຮົາເລີຍລວບລວມສູດເຫລົ້າຕ້ອງຫ້າມທີ່ອາດເປັນອັນຕະລາຍເຖິງຊີວິດມາໃຫ້ໄດ້ອ່ານກັນ

1. ເຫລົ້າປະສົມDiet Coke ຫລື ນ້ຳອັດລົມແຄລໍລີ່ຕ່ຳ (Diet Coke) ຫລື ເຄື່ອງດື່ມນ້ຳອັດລົມແຄລໍລີ່ຕ່ຳ ເປັນເຄື່ອງດື່ມທີ່ປະສົມດ້ວຍສານໃຫ້ຄວາມຫວານທຽມ ສຳລັບຄົົນທີ່ຢ້ານຕຸ້ຍໂດຍສະເພາະ ແຕ່ມີຜົນການວິໄຈຈາກມະຫາວິທະຍາໄລ (Northern Kentucky University) ພົບວ່າ ຄົົນທີ່ດື່ມສຸລາຢ່າງໜັກ ພ້ອມກັບປະສົມດ້ວຍເຄື່ອງດື່ມນ້ຳອັດລົມແຄລໍລີ່ຕ່ຳ ຈະພົບປະລິມານຄວາມເຂັ້ມຂຸ້ນຂອງແອນກໍຮອລ໌ຢູ່ໃນລະດັບທີ່ສູງກວ່າຄົົນທີ່ດື່ມສຸລາໂດຍບໍ່ປະສົມເຄື່ອງດື່ມເຫລົ່ານີ້ເລີຍ 18 % ແລະຍັງພົບອີກວ່າ ຜູ້ທີ່ດື່ມສຸລາປະສົມເຄື່ອງດື່ມແຄລໍລີ່ຕ່ຳຈະມີນ້ຳໜັກຕົວເພີ່ມຂຶ້ນເຖິງວ່າຈະເປັນເຄື່ອງດື່ມປະສົມສານໃຫ້ຄວາມຫວານທຽມກໍຕາມ ຜູ້ທີ່ດື່ມໃນປະລິມານຫລາຍຈະມີນ້ຳໜັກຕົວເພີ່ມຂຶ້ນໄດ້ໄວກວ່າແລະ ຫລາຍກວ່າຄົນບໍ່ ດື່ມເຖິງ 57 %

2

2. ເຄື່ອງດື່ມຊູກຳລັງ / ວ໋ອດກ້າ ຄາເຟອິນປະລິມານສູງໃນເຄື່ອງດື່ມຊູກຳລັງ ມີສ່ວນປະສົມຂອງຄາເຟອີນຢູ່ຈຳນວນຫລາຍ ຊຶ່ງເປັນສານທີ່ໄປກະຕຸ້ນການເຕັ້ນຂອງຫົວໃຈ ແລະ ກະຕຸ້ນລະບົບປະສາດສ່ວນກາງ ເຮັດໃຫ້ບໍ່ເຫງົານອນຫາວນອນ ປະຈຸບັນມີສູດເຄື່ອງດື່ມທີ່ຮິດໃນໝູ່ໄວລຸ້ນ ຄື ເອົາເຫລົ້າວ໋ອດກ້າ ມາປະສົມກັບເຄື່ອງດື່ມຊູກຳລັງ ໂດຍອ້າງວ່າຈະຊ່ວຍໃຫ້ມີພະລັງ ຕາຄ້າງທັງຄືນ ແລະ ຊ່ວຍແກ້ອາການແຮ້ງໄດ້ ແຕ່ແທ້ໆ ແລ້ວເຄື່ອງດື່ມຊະນິດນີ້ເປັນອັນຕະລາຍຫລາຍ ເນື່ອງຈາກລິດທີ່ຂັດແຍ້ງກັນຂອງແອນກໍຮອລ໌ທີ່ອອກຢັບຢັ້ງປະສາດກົງກັນຂ້າມກັບ ລິດກະຕຸ້ນປະສາດຈາກຄາເຟອີນໃນເຄື່ອງດື່ມຊູກຳລັງ ເຮັດໃຫ້ຜູ້ດື່ມມີໂອກາດສ່ຽງໃນການເກີດຫລອດເລືອດໃນສະຫມອງແຕກ ຫລືລະບົບປະສາດເຮັດວຽກຜິດປົກກະຕິ ເພາະມັນຈະໄປທຳລາຍສະຫມອງໂດຍກົງ ເຖິງຕາແຈ້ງແຕ່ສະຫມອງດັບໄປແລ້ວ ມີສະພາບຄືຜີດິບ ດົນໆໄປຈະພົບພາວະສະຫມອງເສື່ອມໄດ້

3

3. ເຫລົ້າສີນ້ຳຕານ (Brown Booze) ເຫລົ້າສີຂາວເປັນເຫລົ້າທີ່ໄດ້ມາຈາກທຳມະຊາດ ພືດພັນ ຮາກໄມ້ ຫມາກໄມ້ ສະໝຸນໄພຕ່າງໆເປັນຕົ້ນຜ່ານກະບວນການໝັກມີພິດເລັກນ້ອຍ ແຕ່ເຫລົ້າສີເຂັ້ມເຊັ່ນ Scotch Whisky ແລະ Bourbon Whiskey ຄືເຫລົ້າທີ່ກັ່ນຈາກເຂົ້າ ຫລື ສາລີ ຫລື Grain ຊະນິດໃດຊະນິດໜຶ່ງ ຫລື ຫລາຍຊະນິດກໍໄດ້ໂດຍນຳມາໝັກແລ້ວກັ່ນໃຫ້ມີດີກີສູງຂຶ້ນ ຈາກນັ້ນນຳໄປເກັບບົ່ມໃນຖັງໄມ້ເພື່ອໃຫ້ໄດ້ສີ ກິ່ນ ລົດທີ່ດີຂຶ້ນ ແຕ່ກ່ອນຈະນຳມາບັນຈຸແກ້ວ ບາງຊະນິດຍັງນຳໄປປຸງແຕ່ງ,ສີ, ກິ່ນ, ລົດອີກເທ່ື່ອໜຶ່ງ ເພື່ອໃຫ້ໄດ້ມາດຕະຖານຕາມຄວາມນິຍົມຂອງຜູ້ບໍລິໂພກ ຍິ່ງສີເຂັ້ມເທົ່າໄດກໍຈະຍິ່ງເຮັດໃຫ້ເຈົ້າແຮງຫລາຍຂຶ້ນເທົ່ານັ້ນ

33

4. ຄັອກເທວຈູດໄຟ “ເຫລົ້າຮ້ອນ” ທີ່ດື່ມແລ້ວ “ຮ້ອນ” ລົດຊາດຮ້ອນແຮງ ກິ່ນຫອມ ໃນສະໄໝກ່ອນຈະດື່ມເພື່ອຊ່ວຍເພີ່ມຄວາມອົບອຸ່ນໃຫ້ກັບຮ່າງກາຍ ດື່ມກິນເພື່ອແກ້ໜາວ ໂດຍນິຍົມນຳເຫລົ້າມາອຸ່ນໃຫ້ຮ້ອນກ່ອນແລ້ວຄ່ອຍດື່ມໃນປະຈຸບັນ ຈະພົບເຫັນເຫລົ້າຮ້ອນ ນີ້ໄດ້ຈາກເຄື່ອງດື່ມແອນກໍຮອລ໌ ຫລື ຄັອກເທວ ປະເພດຕິດໄຟ ໄດ້ມີການວິໄຈແລ້ວໄດ້ພົບວ່າ “ການດື່ມເຄື່ອງດື່ມປະເພດ: ແອນກໍຮອລ໌ + ໄຟ = ອັນຕະລາຍ” ມີຜົນເຮັດໃຫ້ ຮີມສົບ, ຄາງ ແລະ ບໍລິເວນໜ້າອົກ ແສບຮ້ອນ ແລະໄດ້ຮັບຄວາມທໍລະມານຈາກການເຜົາໄໝ້ພາຍຫລັງທີ່ພວກເຂົາດື່ມເຄື່ອງດື່ມຕິດ

6

5. ເຫລົ້າປອມ ການດື່ມເຫລົ້າປອມນັ້ນອັນຕະລາຍກວ່າເຫລົ້າແທ້ຫລາຍເທົ່າ ເຫລົ້າໂດຍທົ່ວໄປຄືເຄື່ອງດື່ມທີ່ມີ “ເອທິນແອນກໍຮອລ໌” ປະສົມຢູ່ໂດຍຈະຜະລິດຈາກວັດຖຸດິບທີ່ມີສ່ວນປະກອບຂອງນ້ຳຕານນຳມາໝັກລົງໄປ ແລ້ວປ່ຽນໃຫ້ກາຍເປັນແອນກໍຮອລ໌ ເຊັ່ນ ເຂົ້າບາລ໌ເລ, ເຂົ້າໄຮ່, ສາລີ,ຫມາກໄມ້,ສະໝຸນໄພ ຫລື ແມ່ນກະທັ່ງນົມ ແຕ່ເຄື່ອງດື່ມແອນກໍຮອລ໌ປອມ ມັກຈະໃຊ້ “ເມທິນແອນກໍຮອລ໌” ມາຜະລິດແທນ ເມທິນແອວກໍຮອລ໌ ຫລືເມທານອນ ເປັນແອວກໍຮອລ໌ຊະນິດທີ່ຜະລິດໄດ້ຈາກການສັງເຄາະລະຫວ່າງ ຄາຣ໌ບອນມໍນອກໄຊດ໌ ແລະ ໄຮໂດນເຈນ ພາຍໃຕ້ອຸນຫະພູມ ແລະ ຄວາມດັນສູງ ໃຊ້ເປັນຕົວເຮັດລະລາຍໃນອຸດສາຫະກຳ ເຊັ່ນ ສີທາໄມ້ ແລະ ນ້ຳມັນເຄືອບເງົາ ໝຶກພິມ ເປັນຕົ້ນ ເມື່ອຮ່າງກາຍຮັບເອົາເມທານອນເຂົ້າໄປຈະເກີດກາລົດລາຍຕົວເປັນກົດ ຫລື (ນ້ຳຢາດອງສົບ) ໃນຮ່າງກາຍຈະອອກລິດທຳລາຍເນື້ອເຍື່ອຂອງຮ່າງກາຍ ໂດຍສະເພາະໃນສ່ວນຂອງຈໍຕາເຮັດໃຫ້ຕາບອດ ຊຶ່ງເປັນການທຳລາຍແບບຖາວອນ

Photo: © Europen Parliament/P.Naj-Olearipietro.naj-oleari@europarl.europa.eu

 

6. ຢາກັບເຄື່ອງດື່ມແອວກໍຮອລ໌ “ດື່ມເຫລົ້າແລ້ວບໍ່ຄວນກິນຢາ” ຢາທຸກຊະນິດມີສ່ວນໃນການປິ່ນປົວພະຍາດ ແລ້ວກໍມີສານພິດນຳ ຖ້າກິນຢາຫລັງຈາກທີ່ໄດ້ດື່ມເຫລົ້າ ແອວກໍຮອລ໌ກໍຈະເຮັດໃຫ້ຜົນແຊກຊ້ອນຂອງຢາແຮງຂຶ້ນ ແລະຂະຫຍາຍບົດບາດຄວາມເປັນພິດຂອງຢານຳ ຍົກຕົວຢ່າງ ກິນຢາລະງັບທ້ອງເສຍໃນກໍລະນີທີ່ແອນວກໍຮອລ໌ໃນທ້ອງຍັງບໍ່ຍ່ອຍສະຫລາຍໝົດ ກໍຈະເກີດອາການຈັງຫວະຫົວໃຈເຕັ້ນຜິດປົກກະຕິ ແລະ ຄວາມດັນເລືອດສູງຂຶ້ນ ກິນຢານອນຫລັບ ຢາປິ່ນປົວພະຍາດພູມແພ້ ຫລື ຢາລົດຄວາມດັນເລືອດຫລັງຈາກທີ່ໄດ້ດື່ມເຫລົ້າ ຜົນການຍັບຍັ້ງສະຫມອງຂອງຢາຈະຂະຫຍາຍຂຶ້ນ ບົດບາດການປິ່ນປົວພະຍາດຂອງຢາເຫລົ່ານີ້ກໍ່ຈະແຮງຂຶ້ນ ມີຄວາມເປັນໄປໄດ້ທີ່ຈະເກີນຄວາມອົດທົນຂອງຮ່າງກາຍຈົນເປັນອັນຕະລາຍຕໍ່ຜູ້ກິນຢາ ທ່ານໝໍເນັ້ນພິເສດວ່າ ຄົນຊະລາ ຫລື ຄົົນທີ່ສຸຂະພາບອ່ອນແອທີ່ມີພະຍາດຊຳເຮື້ອຂອງຫົວໃຈ ຕັບ ແລະຫມາກໄຂ່ຫລັງນັ້ນ ຄວນຫລີກລ້ຽງການກິນຢາຫລັງດື່ມເຫລົ້າຢ່າງຍິ່ງ

8

7. ທຸລຽນ ກັບ ເຄື່ອງດື່ມແອນກໍຮອລ໌ ເຮົາມັກໄດ້ຍິນຜູ້ໃຫຍ່ເຕືອນຢູ່ເລື້ອຍໆ ວ່າຢ່າກິນທຸລຽນຫລາຍເກີນໄປ ເພາະຈະເຮັດໃຫ້ເປັນຮ້ອນໃນ ຊຶ່ງແທ້ໆ ແລ້ວທຸລຽນມີປະລິມານນ້ຳຕານ ແລະ ໄຂມັນສູງ ຫາກກິນຫລາຍເກີນໄປຈະເຮັດໃຫ້ໄດ້ຮັບພະລັງງານຫລາຍ ຊຶ່ງກະບວນການຍ່ອຍສະລາຍສານຕ່າງໆ ທັງນ້ຳຕານ ແລະ ໄຂມັນຈະເຮັດໃຫ້ເກີດຄວາມຮ້ອນຂຶ້ນໃນຮ່າງກາຍ ແລະ ອາດເຮັດໃຫ້ເກີດອາການ ຂາດນ້ຳ ຫ້າມກິນທຸລຽນຄູ່ກັບເຄື່ອງດື່ມແອນກໍຮອລ໌ ບໍ່ວ່າຈະເປັນເຫລົ້າ ເບຍ ວາຍ ແລະ ອື່ນໆ ເພາະໃນທຸລຽນມີສານກຳມະຖັນຢູ່ຫລາຍ ສາມາດລະລາຍໄດ້ດີໃນແອນກໍຮອລ໌ ຖ້າກິນທຸລຽນຄູ່ກັບເຄື່ອງດື່ມແອນກໍຮອລ໌ຈະສົ່ງຜົນໃຫ້ແອນກໍຮອລ໌ດູດຊຶມເຂົ້າສູ່ ກະແສເລືອດໄດ້ໄວຂຶ້ນ ເຮັດໃຫ້ເມົາໄວ ແລະ ເມົາໜັກ ເກີດຄວາມຜິດປົກກະຕິຕໍ່ລະບົບຫາຍໃຈ ເກີດອາການຮ້ອນໃນ ແໜ້ນອົກ ຂາດນ້ຳ ແລະ ອາດເສັຍຊີວິດ

9

8. ເຄື່ອງດື່ມບັນຈຸກະປ໋ອງ ຄົນທົ່ວໄປຮູ້ກັນຢູ່ແລ້ວວ່າ ເຄື່ອງດື່ມແອວກໍຮອລ໌ ມີຜົນຕໍ່ການຖືກທຳລາຍຂອງຕັບຊຶ່ງເປັນອະໄວຍະວະສຳຄັນຢ່າງຍິ່ງພາຍໃນຮ່າງກາຍຂອງຄົນເຮົາ ໂດຍສະເພາະເມື່ອມີການວິໄຈອັນໃໝ່ອອກມາພົບວ່າການບັນຈຸຂອງເຄື່ອງດື່ມແອວກໍຮອລ໌ ພາຍໃນກະປ໋ອງເປັນປະຈຳຈະເຮັດໃຫ້ເກີດເປັນພະຍາດໄຂມັນໂອບຕັບຊຶ່ງເປັນອັນຕະລາຍຍິ່ງກວ່າ ໂດຍໃຫ້ເຫດຜົນວ່າ ເຄື່ອງດື່ມບັນຈຸກະປ໋ອງເຫລົ່ານີ້ມີສ່ວນປະສົມຂອງນ້ຳຕານຢູ່ຈຳນວນຫລາຍຊຶ່ງເປັນ ສາເຫດສຳຄັນໃນການເກີດພະຍາດດັ່ງກ່າວ ຄຳແນະນຳຂອງຜູ້ສຶກສາເລື່ອງນີ້ຄື ນັກວິທະຍາສາດຊາວອິສາລະເອນ ອະທິບາຍວ່າ ເຄື່ອງດື່ມບັນຈຸກະປ໋ອງແບບ ນ້ຳຫມາກໄມ້ກະປ໋ອງຈະເຮັດໃຫ້ສ່ຽງຕໍ່ການເປັນພະຍາດໄຂມັນໂອບຕັບ ທີ່ສົ່ງຜົນເສຍຕໍ່ສຸກຂະພາບ ຫລາຍກວ່າຜູ້ທີ່ບໍ່ໄດ້ດື່ມເຖິງ 5 ເທົ່າ ໂດຍສະເພາະຜູ້ທີ່ດື່ມນ້ຳອັດລົມເປັນປະຈຳຈະສ່ຽງຕໍ່ການຖືກທຳລາຍຂອງຕັບພໍໆ ກັບການປ່ວຍເປັນພະຍາດເບົາຫວານ ແລະ ພະຍາດຫົວໃຈເລີຍ ໃນກໍລະນີທີ່ໄດ້ດື່ມເຖິງ 2 ກະປ໋ອງຕໍ່ມື້ຈະເຮັດໃຫ້ມີໂອກາດເປັນພະຍາດໄຂມັນພອກຕັບເຖິງ 80 ເປີເຊັນ ແຕ່ຜູ້ທີ່ບໍ່ໄດ້ດື່ມໂອກາດສ່ຽງເຫລືອພຽງ 17 ເປີເຊັນ ເທົ່ານັ້ນ

10

9. ດື່ມແອນກໍຮອລ໌ແກ້ໜາວ ຄົົນທີ່ເຊື່ອຕາມຄຳບອກເລົ່າຂອງຄົນອື່ນບວກກັບຄວາມຮູ້ສຶກຂອງຕົວເອງວ່າ ຮ່າງກາຍເບິ່ງເໝືອນຈະຮູ້ສຶກອົບອຸ່ນຂຶ້ນມາທັນທີເມື່ອໄດ້ດື່ມແອວກໍຮອລ໌ເຂົ້າໄປ ແຕ່ກໍມີງານວິໄຈຫລາຍຕໍ່ຫລາຍການວິໄຈທີ່ມີອອກມາໃນຮອບຫລາຍປີທີ່ຜ່ານມາຍັງຍືນຍັນກົງກັນວ່າ ແອວກໍຮອລ໌ທີ່ໃຜຫລາຍຄົນຍົກຍ້ອງໃຫ້ເປັນເຄື່ອງດື່ມທີ່ເໝາະສົມທີ່ສຸດກັບສະພາວະ ອາກາດໜາວນັ້ນ ແທ້ຈິງແລ້ວພຽງແຕ່ເຮັດໃຫ້ຜູ້ດື່ມຮູ້ສຶກເຖິງຄວາມອົບອຸ່ນທີ່ຜິວກາຍເທົ່ານັ້ນ ແຕ່ທີ່ບໍ່ຮູ້ສຶກຕົວກັນກໍຄືອຸນຫະພູມທີ່ລຸດຕ່ຳລົງພາຍໃນແກນກາງຮ່າງກາຍແອວກໍຮອລ໌ ຈຶ່ງບໍ່ແມ່ນວິທີທີ່ດີທີ່ຈະເຮັດໃຫ້ຮ່າງກາຍຮູ້ສຶກ “ອຸ່ນ” ແຕ່ກັບເຮັດໃຫ້ອຸນຫະພູມຮ່າງກາຍລຸດຕ່ຳລົງ ໂດຍເພີ່ມອຸນຫະພູມ (ເລັກນ້ອຍ) ທີ່ຜິວໜັງ (ເບິ່ງໄດ້ຈາກການໜ້າແດງ ເບິ່ງມີເລືອດຝາດ) ສຸດທ້າຍອາດເກີດພາວະ Hypothermia ໄດ້ ຊຶ່ງເຮັດໃຫ້ເກີດຄວາມເສຍຫາຍຕໍ່ອະໄວຍະວະພາຍໃນຮ່າງກາຍ ແລະ ຫາກຮຸນແຮງກໍເຖິງຂັ້ນເສຍ ຊີວິດໄດ້ເລີຍ

11

ບົດຄວາມຫຼ້າສຸດ

ຫາລືຄວາມເປັນໄປໄດ້ ລາວ-ໄທ ໄດ້ປຶກສາຫາລືເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ “ຂົວມິດຕະພາບ ລາວ-ໄທ” ບໍລິເວນຈຸດຜ່ານແດນສາກົນບ້ານວັງ ເມືອງໝື່ນ ແຂວງວຽງຈັນ

ໃນວັນທີ 17 ກັນຍາ 2026 ທີ່ອຳເພີຊຽງຄານ ຈັງຫວັດເລີຍ ຣາຊະອານາຈັກໄທ, ໄດ້ຈັດກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ແຂວງວຽງຈັນ-ຈັງຫວັດເລີຍ ຄັ້ງທີ 21 ໂດຍຝ່າຍລາວ ນຳໂດຍ...

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ຮົງກົງ ຄັ້ງທີ 11 (11th Belt and Road Summit, Hong Kong) ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ

ໃນຕອນເຊົ້າຂອງວັນທີ 09 ກັນຍາ 2026 ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ແຫ່ງ...

ສປປ ລາວ ສືບຕໍ່ແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຢ່າງຕໍ່ເນື່ອງ.

ພາຍຫຼັງສົງຄາມໄດ້ສິ້ນສຸດລົງມາເປັນເວລາຫຼາຍກວ່າ 60 ປີ, ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຍັງເປັນໜຶ່ງໃນບັນຫາທີ່ສົ່ງຜົນກະທົບຕໍ່ປະຊາຊົນ ແລະ ການພັດທະນາຂອງ ສປປ ລາວ. ນັບແຕ່ປີ...

ລາວຕັ້ງເປົ້າໃຫຍ່! ກຽມປັ້ນນິຄົມອຸດສາຫະກຳແຫ່ງໃໝ່ ຄາດວ່າຈະມີນັກທຸລະກິດເຂົ້າມາລົງທຶນຫຼາຍກວ່າ 90 ບໍລິສັດ, ສ້າງວຽກເຮັດງານທຳໄດ້ປະມານ 10,000 ຄົນ

ສປປ ລາວ ກຽມສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງນິຄົມອຸດສາຫະກຳແຫ່ງໃໝ່ ເພື່ອດຶງດູດເມັດເງິນລົງທຶນຈາກຕ່າງປະເທດ ໂຄງການດັ່ງກ່າວຊື່ວ່າ “ນິຄົມອຸດສາຫະກຳ ວຽງຈັນ-ລີ່ຕູ້ (Vientiane-Lidu Industrial Park) ຕັ້ງຢູ່ ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ກວມເອົາເນື້ອທີ່ປະມານ...