spot_img
Homeຂ່າວເຫດການນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ປະທານ​າທິບໍດີ ສ ​ເກົາຫລີ

ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ປະທານ​າທິບໍດີ ສ ​ເກົາຫລີ

Published on

lao1

 

ເພື່ອ​ເປັນ​ການ​ເສີມ​ຂະຫຍາຍສາຍ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື​ທີ່​ດີລະຫວ່າງ ​ສປປ ລາວ ແລະ ສ ເກົາຫຼີ ໃຫ້​

ນັບ​ມື້ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ ວັນ​ທີ 11 ທັນວາ 2014 ທີ່​ນະຄອນ​ບູ​ຊານ ສ ເກົາຫຼີ ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ ລະຫວ່າງທ່ານ

ທອງ​ສິງ ທຳ​ມະວົງ ນາຍົກລັດຖະມົນຕີແຫ່ງ ​ສປປ ລາວ ແລະ ທ່ານ​ນາງ ປັກ ເກີນ ແຮ ປະທານາທິບໍດີ ສ ເກົາຫຼີ.

 

ການ​ພົບ​ປະກັນ​ຄັ້ງ​ນີ້ ​ສອງ​ຜູ້ນຳໄດ້​ທົບ​ທວນຄືນ ​ກ່ຽວ​ກັບ​ການ​ຈັດຕັ້ງ​ປະຕິບັດ​ວຽກ​ງານການ​ພົວພັນ ແລະ ຮ່ວມ​ມື​ສອງ

​ຝ່າຍ​ໃນໄລຍະ​ຜ່ານ​ມາ ໄດ້​ຕີ​ລາຄາ​ສູງ​ຕໍ່ການ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື​ທີ່​ໄດ້​ມີ​ການ​ສືບຕໍ່ເສີມ​ຂະຫຍາຍ​ຢ່າງ

​ບໍ່​ຢຸດ​ຢັ້ງ ສືບຕໍ່​ໃນ​ການ​ແລກປ່ຽນ​ການ​ຢ້ຽມຢາມ​ລະດັບ​ສູງເຊິ່ງ​ກັນ ແລະ ກັນ​ຕະຫຼອດ​ມາ ໂດຍ​ສະເພາະການ​ຢ້ຽມຢາມ ສ

ເກົາຫຼີ ຢ່າງເປັນ​ທາງ​ການ​ຂອງ​ທ່ານ ຈູມ​ມາລີ ໄຊ​ຍະ​ສອນ ປະທານ​ປະເທດແຫ່ງ ​ສປປ ລາວ ໃນ​ທ້າຍ​ປີ​ທີ່ຜ່ານ​ມາ ການ

​ຢ້ຽມຢາມ​ດັ່ງກ່າວ ຖື​ວ່າ​ເປັນ​ຂີດ​ໝາຍ​ອັນ​ສຳຄັນ ​ໃນການ​ຍົກ​ລະດັບ​ການ​ພົວພັນ ແລະ ຮ່ວມ​ມື​ລະຫວ່າງ​ສອງ​ປະເທດ.

 

ສອງ​ຝ່າຍ​ສະແດງ​ຄວາມ​ເພິ່ງ​ພໍໃຈ ​ທີ່​ເຫັນ​ວ່າ​ຕະຫຼອດ​ໄລຍະ 19 ປີ ການ​ພົວພັນ​ຂອງ​ສອງ​ປະເທດ​ ໄດ້ຮັບ​ການ​ເສີມ​ຂະ

ຫຍາຍ​ຢ່າງ​ບໍ່​ຢຸດຢັ້ງ ແລະ ກວມ​ເອົາ​ຫຼາຍ​ຂົງເຂດວຽກ​ງານ​ໃນ​ປີ 2015 ສອງ​ປະເທດ​ ຈະ​ພ້ອມ​ກັນ​ຈັດການ​ສະເຫຼີມສະຫຼອງ ​

ວັນ​ສ້າງຕັ້ງ​ສາຍ​ພົວພັນທາງ​ການ​ທູດ ຄົບຮອບ 20 ປີ ຕີ​ລາຄາ​ສູງ​ຕໍ່​ການ​ຮ່ວມ​ມື​ທາງດ້ານ​ເສດຖະກິດ ​ທີ່​ເຫັນ​ວ່າ​ຢູ່​ໃນທ່າ

​ຂະຫຍາຍຕົວ​ດີ​ພໍ​ສົມຄວນ ສອງ​ປະເທດ​ໄດ້​ເພີ່ມ​ທະວີ​ການຮ່ວມ​ມື​ທາງ​ດ້ານ​ການ​ຄ້າ​ຮ່ວມກັນຄື: ໃນ​ປີ 2013 ສາມາດ​ບັນ

ລຸ​ໄດ້ 199 ລ້ານ​ໂດ​ລາ​ສະຫະລັດ ການ​ລົງທຶນ​ກໍ່​ມີ​ການ​ຂະຫຍາຍຕົວຢ່າງ​ຕໍ່​ເນື່ອງ ປັດຈຸບັນ ສ ເກົາຫຼີ ຈັດ​ຢູ່​ໃນ​ອັນ​ດັບ 4 ຂອງ​

ນັກລົງທຶນ​ຕ່າງປະເທດ​ຢູ່ ​ສປປ ລາວ.

 

ສອງ​ຝ່າຍ​ສະແດງ​ຄວາມ​ເພິ່ງ​ພໍໃຈ ​ຕໍ່​ຄວາມ​ຄືບ​ໜ້າ​ໃນ​ການ​ຮ່ວມມື​ເພື່ອ​ການ​ພັດທະນາ ເຊິ່ງ​ເຫັນວ່າ​ມີ​ທ່າ​ຂະຫຍາຍຕົວ​

ຢ່າງ​ຕໍ່ເນື່ອງ ສ ເກົາຫຼີ ເປັນ​ຄູ່​ຮ່ວມ​ມືເພື່ອ​ການ​ພັດທະນາ​ທີ່​ດີ​ຂອງ ​ສປປ ລາວ ແລະ ສືບຕໍ່​ໃຫ້ການຊ່ວຍເຫຼືອ​ເພື່ອ​ການ​

ພັດທະນາເສດຖະກິດ-ສັງຄົມຂອງ ​ສປປ ລາວ ຕະຫຼອດ​ມາ ສະເລ່ຍ​ປະມານ 40 ລ້ານ​ໂດ​ລາ​ຕໍ່​ປີ ແລະ ຈັດ​ຢູ່​ໃນ​ອັນ​ດັບ​ທີ

3 ຂອງ​ຕ່າງປະເທດ ​ທີ່​ໃຫ້​ທຶນ​ຊ່ວຍເຫຼືອ​ລ້າ​ແກ່ ​ສປປ ລາວ ໂດຍ​ທົ່ວ​ໄປ​ແລ້ວ​ການຊ່ວຍເຫຼືອ​ເພື່ອ​ການ​ພັດທະນາຂອງ ສ

ເກົາຫຼີ ໃຫ້​ແກ່ ​ສປປ ລາວ ແມ່ນ​ເນັ້ນ​ໃສ່​ການ​ພັດ​ທະນາ​ພື້ນຖານ​ໂຄງ​ລ່າງ​ດ້ານ​ການສຶກ​ສາ ແລະ ສາທາລະນະ​ສຸກ ປັດຈຸ

ບັນ​ໂຄງການ​ຊ່ວຍເຫຼືອ​ລ້າ​ມີ 9 ໂຄງການ​ທີ່​ກຳລັງ​ດຳເນີນ​ການຢູ່​ໃນ​ລາວ ແລະ ໂຄງການ​ຈຳນວນ​ໜຶ່ງ​ຍັງ​ຢູ່​ໃນ​ຂັ້ນ​ຕອນ​ພິ​

ຈາລະ​ນາ​ຈາກ​ຝ່າຍ ສ ເກົາຫຼີ ນອກຈາກ​ນັ້ນ​ ສອງ​ຝ່າຍ​ກໍ່​ກຳລັງ​ດຳເນີນ​ຂັ້ນ​ຕອນ​ເພື່ອ​ກ້າວ​ໄປ​ສູ່ ການປະຕິບັດ​ໂຄງການ​

ເງິນ​ກູ້​ດອກ​ເບ້ຍ​ຕ່ຳ​ ຈາກ​ກອງ​ທຶນ​ຮ່ວມ​ມື​ເພື່ອການ​ພັດທະນາ​ເສດຖະກິດ​ຂອງ ສ ເກົາຫຼີ ໃນ​ສົກ​ປີ 2014-2017 ເພື່ອ​ປະ

ຕິບັດ​ໂຄງການ​ທີ່​ເປັນ​ບຸລິມະ​ສິດ​ໃນ​ການ​ພັດທະນາ ​ສປປ ລາວ.

 

ເພື່ອ​ເປັນ​ການ​ຜັນ​ຂະຫຍາຍສິ່ງ​ທີ່​ໄດ້​ຕົກລົງ​ເຫັນ​ດີ​ນຳ​ກັນ​ ໃນການ​ຮ່ວມ​ມື​ສອງ​ຝ່າຍ ຜູ້ນຳ​ທັງສອງ​ເຫັນ​ດີ​ໃຫ້​ຊຸກຍູ້​ສອງ​

ຝ່າຍ​ທີ່ກ່ຽວຂ້ອງ​ໃຫ້​ປະສານ​ສົມທົບ ແລະ ປຶກສາ​ຫາລື​ກັນ ​ໃນ​ການແກ້​ໄຂ​ຂອດ​ທີ່​ຄ້າງ​ຄາ ເພື່ອ​ກ້າວໄປ​ເຖິງ​ການຈັດຕັ້ງ​

ປະຕິບັດ​ໃຫ້ເກີດ​ດອກ​ອອກ​ຜົນ.

 

ຕອນ​ທ້າຍ ທ່ານ ທອງ​ສິງ ທຳ​ມະ​ວົງ ໄດ້​ຕາງໜ້າ​ໃຫ້​ລັດ​ຖະບານ ແລະ ປະຊາຊົນ​ລາວ ສະແດງ​ຄວາມ​ຂອບໃຈ​ຕໍ່​ການ​ຊ່ວຍ

ເຫຼືອ​ອັນ​ລ້ຳ​ຄ່າ​ຂອງ​ລັດຖະບານ ແລະ ປະຊາຊົນ ສ ເກົາຫຼີ ໃນການ​ຊ່ວຍເຫຼືອ​ເຂົ້າ​ໃນ​ການ​ພັດທະ​ນາ​ເສດຖະກິດ-ສັງຄົມ

ຂອງລາວ ແລະ ນອກຈາກ​ນັ້ນ ທ່ານນາຍົກລັດຖະມົນຕີ​ ຍັງ​ນຳ​ເອົາການ​ຢ້ຽມຢາມ​ຖາມ​ຂ່າວ​ຈາກ​ພະນະ​ທ່ານ ຈູມ​ມາລີ

ໄຊ​ຍະ​ສອນ ເຖິງ​ພະນະ​ທ່ານ​ນາງ ປັກ ເກີນ ແຮ ປະທານາທິບໍດີ ສ ເກົາຫຼີ ແລະ ເຊື້ອ​ເຊີນ​ທ່ານ​ໄປ​ຢ້ຽມຢາມ ​ສປປ ລາວ ​ໃນ

​ເວລາ​ທີ່​ສະດວກ.

 

ນອກຈາກ​ການ​ພົບ​ປະ​ສອງຝ່າຍ​ແລ້ວ ທ່ານ ທອງ​ສິງ ທຳ​ມະວົງ ຍັງ​ໄດ້​ຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ ​ທ່ານ​ເຈົ້າ​ຄອງ​ນະ

ຄອນ​ບູຊານ ປະທານ​ອົງການ​ກອຍ​ກາ ແລະ ກົງ​ສູນ​ກິ​ຕິ​ມະ​ສັກແຫ່ງ ​ສປປ ລາວ ປະຈຳ​ນະຄອນບູຊານ ອີກ​ດ້ວຍ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...