Homeຂ່າວພາຍ​ໃນເລັ່ງແກ້ໄຂບັນຫາ ນໍ້າຖ້ວມຂັງໃນຕົວເມືອງ

ເລັ່ງແກ້ໄຂບັນຫາ ນໍ້າຖ້ວມຂັງໃນຕົວເມືອງ

Published on

ທ່ານ ບຸນຍະວັດ ນິລະໄຊຍ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ລາຍງານສະພາບລວມ, ບັນຫານໍ້າຖ້ວມຂັງໃນນະຄອນຫຼວງວຽງຈັນ, ການແກ້ໄຂບັນຫານໍ້າຖ້ວມຂັງໃນໄລຍະຜ່ານມາ ແລະ ແຜນການແກ້ໄຂນໍ້າຖ້ວມໃນອະນາຄົດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຄັ້ງວັນທີ 8-12 ກໍລະກົດ 2024 ວ່າ: ເນື້ອທີ່ຂອງ ນະຄອນຫຼວງວຽງຈັນ ມີ 3.920 ກິໂລຕາແມັດ, ມີຄວາມຍາວຂອງ ເສັ້ນທາງ 2.747 ກມ, ເຂດເທດສະບານ ມີ 1.928 ກມ, ໂດຍສະເລ່ຍ, ມີຮ່ອງນໍ້າສາຍຫຼັກ ທັງໝົດ 52 ຮ່ອງ, ກໍ່ສ້າງສໍາເລັດ 27 ຮ່ອງ, ມີບຶງ ແລະ ໜອງ 13 ແຫ່ງ.

อาจเป็นรูปภาพของ 1 คน, แท่นบรรยาย และ ข้อความ

ພື້ນທີ່ຂອງຕົວເມືອງນະຄອນຫຼວງວຽງຈັນ ມີຈຸດພິເສດພື້ນທີ່ສະເພາະແມ່ນມີຄວາມຮາບພຽງ ແລະ ມີຄວາມເນີນ ໂດຍສະເລ່ຍປະມານ 2% ໃນເວລາຝົນຕົກແຮງ ນໍ້າບໍ່ສາມາດລະບາຍໄດ້ໄວເທົ່າທີ່ຄວນ, ຕໍ່ກັບບັນຫານໍ້າຖ້ວມຂັງໃນນະຄອນຫຼວງວຽງຈັນແມ່ນມີ 2 ຮູບແບບ ຄື: ນໍ້າຖ້ວມແບບລົ້ນຕາຝັ່ງ ແລະ ນໍ້າຖ້ວມຂັງໃນຕົວເມືອງ.

อาจเป็นรูปภาพของ 2 คน

ສໍາລັບແຜນການແກ້ໄຂນໍ້າຖ້ວມໃນອະນາຄົດ ພະແນກ ຍທຂ ນະຄອນຫຼວງວຽງຈັນ ຈະສືບຕໍ່ອະນາໄມຈົກ-ລວງຮ່ອງນໍ້າສາຍຫຼັກ ແລະ ສາຍສໍາຮອງ ຈະອະນາໄມຂີ້ດິນ, ຂີ້ເຫຍື້ອ, ເສດອາຫານອອກຈາກຂຸມພັກນໍ້າຂ້າງທາງໃຫ້ເປັນປະຈໍາ ແລະ ຈະເສີມຂຸມລະບາຍນໍ້າແຄມທາງ, ເພື່ອໃຫ້ນໍ້າໄຫຼລົງທໍ່ລະບາຍໄດ້ໄວຂຶ້ນ ແລະ ອອກແຈ້ງການໃຫ້ປະຊາຊົນ, ອຳນາດການປົກຄອງບ້ານ ໃຫ້ມີສ່ວນຮ່ວມໃນການຄຸ້ມຄອງ ແລະ ອະນາໄມຮ່ອງລະບາຍນໍ້າແຄມທາງເປັນປະຈຳ, ຫ້າມຖິ້ມຂີ້ເຫຍື້ອສິ່ງເສດເຫຼືອຊະຊາຍ, ສ້າງແຜນອະນາໄມຮ່ອງນໍ້າໃຫ້ທັນກ່ອນລະດູຝົນ, ຂຶ້ນແຜນງົບປະມານ ແລະ ຊອກຫາແຫຼ່ງທຶນ ເພື່ອຂະຫຍາຍຄວາມກວ້າງຮ່ອງນໍ້າໃຫ້ໃຫຍ່ຂຶ້ນ ຕາມການສຶກສາໃນເບື້ອງຕົ້ນ ແລະ ມີແຜນໄລຍະຍາວຮອງຮັບແກ້ໄຂບັນຫານໍ້າຖ້ວມຂັງ.

ຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...