spot_img
Homeຂ່າວການພັດທະນາຫາລືແບບເປີດກວ້າງ ໂຄງການພັດທະນາເຂື່ອນດອນສະໂຮງ

ຫາລືແບບເປີດກວ້າງ ໂຄງການພັດທະນາເຂື່ອນດອນສະໂຮງ

Published on

20141212152540

 

ກອງ​ປະຊຸມ​ປຶກສາ​ຫາລື​ແບບເປີດ​ກວ້າງ ​ກ່ຽວ​ກັບ​ໂຄງການ​ພັດທະ​ນາ​ເຂື່ອນ​ໄຟຟ້າ​ດອນ​ສະ​ໂຮງ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 12

ທັນວາ 2014 ຢູ່​ໂຮງແຮມຈຳປາ​ສັກ ແກຣນ ເມືອງ​ປາກ​ເຊ ແຂວງ​ຈຳປາ​ສັກ ເຊິ່ງ​ມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 100 ກວ່າ​ຄົນ

​ຈາກ​ອົງການ​ແມ່ນ້ຳຂອງ​ສາກົນ ອົງ​ການຈັດຕັ້ງພາກ​ລັດ-ເອກະ​ຊົນ ອົງການ​ຈັດຕັ້ງ​ສາກົນ ແລະ ບັນດາ​ນັກ​ຂ່າວຈາກ

​ພາຍ​ໃນ-ຕ່າງປະເທດ.

 

ທ່ານ ແຮນ ຄັດ​ເທີ​ແມນ ຫົວໜ້າ​ອົງການ​ຄະນະ​ກຳມະການແມ່ນ້ຳ​ຂອງ​ສາກົນ​ກ່າວ​ວ່າ: ກອງ​ປະຊຸມ​ປືກ​ສາ​ຫາລື​ຄັ້ງ​ນີ້

​ໄດ້ທົບ​ທວນຄືນ​ຄວາມ​ຄືບ​​ໜ້າ​ ໃນການຈັດຕັ້ງ​ປະຕິບັດ​ໄລຍະ​ຜ່ານມາ ພ້ອມ​ກັນ​ນັ້ນ​ກໍ່​ໄດ້​ສືບຕໍ່​ປືກສາ​ຫາລື ແລະ ປັບ

ປຸງ​ວຽກ​ທີ່​ຈຳເປັນ​ບາງ​ດ້ານ​ ໃຫ້​ມີ​ຄວາມ​ສະດວກ​ສະບາຍ ແລະ ມີ​ປະ​ສິດທິຜົນ​ຂຶ້ນ​ຕື່ມ.

 

ແນວໃດ​ກໍ່​ດີ ຜູ້​ເຂົ້າ​ຮ່ວມ​ຍັງ​ໄດ້ມີ​ໂອກາດ​ປະກອບສ່ວນ​ຄວາມຄິດ​ຄວາມ​ເຫັນ ແລະ ແລກປ່ຽນທັດສະນະ​ຢ່າງ​ກົງ​ໄປ​ກົງ

​ມາ ໂດຍສະເພາະ​ຂັ້ນ​ຕອນ​ການ​ປຶກສາ​ຫາລື​ລ່ວງ​ໜ້າ ບົດບາດ​ຂອງ​ອົງການແມ່ນ້ຳ​ຂອງ ແລະ ສັນຍາ​ອົງການ​ແມ່ນ້ຳ​

ຂອງ​ປີ 1995.

 

ໂຄງການ​ກໍ່ສ້າງ​ເຂື່ອນ​ໄຟຟ້າດອນ​ສະ​ໂຮງ ໃນ​ເຂດ​ເມືອງ​ໂຂງ ແຂວງ​ຈຳປາ​ສັກ ລັດຖະບານໄດ້ອະນຸຍາດ​ໃຫ້​ບໍລິສັດ ເມັກ

​ກະເຟີ​​ສຕ ຈາກ​ມາ​ເລ​ເຊຍ​ເປັນ​ຜູ້​ສຳຫຼວດຄວາມ​ເປັນ​ໄປ​ໄດ້ ຕັ້ງແຕ່​ປີ 2006 ເປັນຕົ້ນ​ມາ ໃນ​ການ​ພັດທະ​ນາ​ເຂື່ອນ​ໄຟ

ຟ້າດອນ​ສະ​ໂຮງ ບົນ​ພື້ນຖານ​ຜົນ​ປະໂຫຍດ​ລວມຂອງ​ຊາດ ເພື່ອ​ສ້າງ​ທ່າແຮງ​ກະຕຸກ​ຊຸກຍູ້ ແລະ ສົ່ງເສີມ​ການ​ຂະຫຍາຍ

​ຕົວ​ເສດຖະກິດ​ຢ່າງ​ຕໍ່ເນື່ອງ ອັນ​ຈະ​ເຮັດ​ໃຫ້​ປະເທດຊາດ ​ຄ່ອຍໆ​ຫຼຸດ​ພົ້ນ​ອອກ​ຈາກສະຖານະ​ພາບ ​ປະເທດ​ດ້ອຍ​ພັດທະ​ນາ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...