Homeຂ່າວພາຍ​ໃນມອບ-ຮັບໜ້າທີ່ຜູ້ວ່າການທະນາຄານແຫ່ງສປປ ລາວ ຄົນໃໝ່

ມອບ-ຮັບໜ້າທີ່ຜູ້ວ່າການທະນາຄານແຫ່ງສປປ ລາວ ຄົນໃໝ່

Published on

ໃນຕອນບ່າຍຂອງວັນທີ 08 ກໍລະກົດ 2024 ທີ່ຜ່ານມາ ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 7 ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດພິທີ ມອບ-ຮັບ ໜ້າທີ່ ຜູ້ວ່າການ ທຫລ ລະຫວ່າງ ທ່ານ ປອ. ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການ ທຫລ ຜູ້ເກົ່າ ແລະ ທ່ານ ນ. ວັດທະນາ ດາລາລອຍ ຮັກສາການຜູ້ວ່າການ ທຫລ ຜູ້ໃໝ່ ແລະ ປະກາດແຕ່ງຕັ້ງ ທ່ານ ສຸລິວັດ ສຸວັນນະຈູມຄຳ ອາດີດຫົວໜ້າກົມຄຸ້ມຄອງໜີ້ສິນສາທາລະນະ, ກະຊວງ ການເງິນ ເປັນຮອງຜູ້ວ່າການ ທຫລ ຜູ້ໃໝ່. ເຂົ້າຮ່ວມພິທີໂດຍທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ. ພ້ອມດ້ວຍຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຄະນະພັກ, ຄະນະນຳ ທຫລ ແລະ ແຂກທີ່ຖືກເຊີນ.

May be an image of 8 people and text

ໃນພິທີ ທ່ານ ທອງຈັນ ໂຂງພູມຄຳ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານບັນດານິຕິກຳຈຳນວນໜຶ່ງກ່ຽວກັບການ ມອບ-ຮັບໜ້າທີ່ຂອງພະນັກງານການນຳຂັ້ນສູງຢູ່ ທຫລ. ພ້ອມດຽວກັນນີ້ ທ່ານ ປອ. ບຸນເຫຼືອ ສິນໄຊວໍຣະວົງ ໄດ້ຂຶ້ນລາຍງານກ່ຽວກັບການສະຫຼຸບວຽກງານຮອບດ້ານຂອງ ທຫລ ໃນໄລຍະທີ່ທ່ານໄດ້ຮັບໜ້າທີ່ຜູ້ວ່າການ ທຫລ ນັບແຕ່ເດືອນ ມິຖຸນາ 2022 ຈົນເຖິງປັດຈຸບັນ.

อาจเป็นรูปภาพของ 4 คน และ แท่นบรรยาย

ໃນໄລຍະຜ່ານມາ ທ່ານໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ຂະແໜງທະນາຄານ ປະຕິບັດໜ້າທີ່ຂອງຕົນໃນທ່າມກາງສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ການເງິນ-ເງິນຕາ ພວມເປັນບັນຫາເຄັ່ງຮ້ອນ ແລະ ມີຄວາມທ້າທາຍສູງ, ໄດ້ລົງເລິກຊີ້ນຳ -ນຳພາປັບປຸງຮອບດ້ານວຽກງານຂອງ ທຫລ ເປັນຕົ້ນ ການປັບປຸງການຈັດຕັ້ງ ແລະ ບຸກຄະລາກອນ, ແບບແຜນວິທີການເຮັດວຽກ, ເຕົ້າໂຮມຄວາມສາມັກຄີພາຍໃນ, ປັບປຸງກົດໝາຍ, ປັບປຸງການດຳເນີນນະໂຍບາຍ ແລະ ເຄື່ອງມືນະໂຍບາຍເງິນຕາ ເພື່ອສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ເປັນຕົ້ນ ບັນຫາສະພາບອັດຕາເງິນເຟີ້, ສະພາບອັດຕາແລກປ່ຽນ ໂດຍສັງລວມໄດ້ອັນພົ້ນເດັ່ນ.

ຂ່າວ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...