Homeຂ່າວຕ່າງປະເທດຈີນສັ່ງອົບພະຍົບປະຊາຊົນເກືອບ 6000 ຄົນ ຫຼັງເຂື່ອນແຕກເຮັດໃຫ້ນ້ຳຖ້ວມໜັກ

ຈີນສັ່ງອົບພະຍົບປະຊາຊົນເກືອບ 6000 ຄົນ ຫຼັງເຂື່ອນແຕກເຮັດໃຫ້ນ້ຳຖ້ວມໜັກ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 6 ກໍລະກົດ 2024 ປະເທດຈີນກຳລັງປະເຊີນກັບສະພາບອາກາດທີ່ຮ້າຍແຮງ  ທັງນ້ຳຖ້ວມ ແລະ ພາຍຸທໍນາໂດ ຫຼ້າສຸດເກີດເຫດເຂື່ອນແຕກ ໃນພຶ້ນທີ່ຕອນກາງຂອງປະເທດຈີນ ເຮັດໃຫ້ເກີດນ້ຳຖ້ວມຢ່າງໜັກໜ່ວງ ທາງການຈີນຕ້ອງເລັ່ງອົບພະຍົບປະຊາຊົນເກືອບ 6000 ຄົນ.

ຕາມການລາຍງານ ຝົນທີ່ຕົກລົງມາຢ່າງໜັກຕະຫຼອດອາທິດທີ່ຜ່ານມາ ເຮັດໃຫ້ນ້ຳໃນເຂື່ອນມີຈຳນວນຫຼາຍ ຈົນແນວເຂື່ອນຮັບບໍ່ໄຫວ ແລະ ເກີດແຕກຂຶ້ນໃນທີ່ສຸດ ເຊິ່ງບໍລິເວນທີ່ແຕກແມ່ນເຂື່ອນທະເລນ້ຳຈືດຂະໜາດໃຫຍ່ອັນດັບ 2 ຂອງຈີນ ທີ່ມີຮອຍແຕກຍາວປະມານ 10 ແມັດ ກ່ອນທີ່ຈະຂະຫຍາຍຮອຍແຕກອອກໄປອີກ 150 ແມັດ.

ນ້ຳຈຳນວນຫຼາຍໄດ້ໄຫຼອອກຈາກເຂື່ອນເຂົ້າຖ້ວມບ້ານເຮືອນຂອງປະຊາຊົນ ແລະ ຂຍາຍໄປໃນຫຼາຍເມືອງ ຫຼ້າສຸດທາງການຈີນໄດ້ອົບພະຍົບປະຊາຊົນໄດ້ປະມານ 5700 ຄົນ ອອກຈາກພຶ້ນທີ່ເພື່ອຄວາມປອດໄພ ຂະນະດຽວກັນໄດ້ສົ່ງທີມ ແລະ ເຄື່ອງຈັກກົນໜັກຂົນສົ່ງຊາຍ ແລະ ຫິນ ເລັ່ງອັດໃສ່ບໍລິເວນທີ່ແຕກ ເຊິ່ງມີແຜນຈະປິດໃຫ້ແລ້ວພາຍໃນ 6-7 ມື້.

ແຫຼ່ງຂ່າວ: 3PLUS NEWS

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...