spot_img
Homeຂ່າວພາຍ​ໃນລາວຈະເປັນເຈົ້າພາບ ຈັດກອງປະຊຸມພາກທຸລະກິດ ພະລັງງານອາຊຽນຄັ້ງທີ 24

ລາວຈະເປັນເຈົ້າພາບ ຈັດກອງປະຊຸມພາກທຸລະກິດ ພະລັງງານອາຊຽນຄັ້ງທີ 24

Published on

ນະຄອນຫຼວງວຽງຈັນ, ວັນທີ 27 ມິຖຸນາ 2024 – ສູນພະລັງງານອາຊຽນ (ACE) ຮ່ວມກັບກະຊວງພະລັງງານ ແລະ ບໍ່ແຮ່ (MEM) ຂອງ ສປປ ລາວ ຈະເປັນເຈົ້າພາບຈັດ ກອງປະຊຸມພາກທຸລະກິດພະລັງງານອາຊຽນ ຄັ້ງທີ 24 (AEBF-24) ທີ່ຫໍປະຊຸມແຫ່ງຊາດ ໃນລະຫວ່າງວັນທີ 25-27 ກັນຍາ 2024. ກອງປະຊຸມດັ່ງກ່າວຈະຖືກຈັດຂຶ້ນຮ່ວມກັບ ກອງປະຊຸມລັດຖະມົນຕີ ພະລັງງານອາຊຽນ ຄັ້ງທີ 42 (AMEM-42), ໂດຍຈັດຂຶ້ນພ້ອມກັບການເປັນປະທານອາຊຽນ ຂອງ ສປປ ລາວ ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”, ເພື່ອເປັນເວທີເສວະນາລະດັບສູງ ແລະ ການແລກປ່ຽນຄວາມຮູ້ລະຫວ່າງເຈົ້າໜ້າທີ່ລັດ, ນັກວິຊາການ, ຜູ້ນໍາດ້ານອຸດສາຫະກຳ, ນັກລົງທຶນ ແລະ ຜູ້ຊ່ຽວຊານດ້ານພະລັງງານ.

ທ່ານ ປອ. ສຸກວິສັນ ຄິນສະໝອນ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງພະລັງງານ ແລະ ບໍ່ແຮ່ ຂອງ ສປປ ລາວ ໄດ້ກ່າວໃນໂອກາດຖະແຫຼງຂ່າວວ່າ: “ການເປັນເຈົ້າພາບຈັດກອງປະຊຸມ AEBF-24 ໄດ້ຊ່ວຍຢັ້ງຢືນເຖິງຄວາມມຸ່ງໝັ້ນຂອງ ສປປ ລາວ ເພື່ອພັດທະນາການຮ່ວມມືກັບພາກພື້ນໃນຂົງເຂດພະລັງງານ. ກອງປະຊຸມຄັ້ງນີ້ ຈະບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄວາມກ້າວໜ້າໃນດ້ານພະລັງງານທີ່ຍືນຍົງຂອງ ສປປ ລາວ ເທົ່ານັ້ນ, ແຕ່ຍັງເສີມສ້າງຄວາມພະຍາຍາມຮ່ວມກັນຂອງພວກເຮົາ ເພື່ອຊຸກຍູ້ການເຊື່ອມຈອດ ແລະ ຄວາມເຂັ້ມແຂງທາງດ້ານພະລັງງານຂອງອາຊຽນໃນອະນາຄົດ.”

ໃນນາມປະທານອາຊຽນ, ສປປ ລາວ ຖືວ່າຢູ່ໃນຈຸດທີ່ໂດດເດັ່ນ ທີ່ມີອິດທິພົນຕໍ່ວາລະພະລັງງານຂອງພາກພື້ນ. ກອງປະຊຸມ AEBF-24 ຈະກາຍເປັນເວທີສໍາຄັນຂອງ ສປປ ລາວ ໃນຊຸກຍູ້ບູລິມະສິດດ້ານພະລັງງານ, ລວມທັງການເພີ່ມທະວີຄວາມໝັ້ນຄົງດ້ານພະລັງງານ, ການສົ່ງເສີມພະລັງງານທົດແທນ ແລະ ການພັດທະນາການເຊື່ອມຈອດທາງດ້ານພະລັງງານໃນພາກພື້ນ. ກອງປະຊຸມດັ່ງກ່າວ ຈະຊ່ວຍໃຫ້ ສປປ ລາວ ຮ່ວມກັບ ACE ກາຍເປັນຜູ້ນໍາພາສູ່ການປຶກສາຫາລື ກ່ຽວກັບການແກ້ໄຂບັນຫາພະລັງງານແບບຍືນຍົງ ເຊິ່ງມີຄວາມສໍາຄັນຢ່າງຍິ່ງໃນການເສີມສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມຂອງພາກພື້ນ.

ທ່ານ ດຣ. ແອນດີ້ ຕິຣ໌ຕາ, ຫົວໜ້າຝ່າຍບໍລິຫານ, ສູນພະລັງງານອາຊຽນ ທັງເປັນປະທານກອງປະຊຸມ AEBF-24, ໄດ້ເນັ້ນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ ACE ໃນການສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ. ເຊິ່ງທ່ານໄດ້ກ່າວວ່າ: “ກອງປະຊຸມ AEBF-24 ບໍ່ພຽງແຕ່ຊ່ວຍສະໜັບສະໜູນບູລິມະສິດດ້ານພະລັງງານຂອງ ສປປ ລາວ ເທົ່ານັ້ນ, ແຕ່ຍັງປະກອບສ່ວນຊຸກຍູ້ເປົ້າໝາຍໃນພາກພື້ນຂອງ ແຜນປະຕິບັດງານອາຊຽນ ວ່າດ້ວຍການຮ່ວມມືທາງດ້ານພະລັງງານ (APAEC) ໄລຍະ II: 2021-2025 ໃນຖານະເປັນກົດບັດດ້ານພະລັງງານຂອງພາກພື້ນ. ກອງປະຊຸມຈະຊຸກຍູ້ສົ່ງເສີມການຮ່ວມມື ແລະ ນໍາສະເໜີນະວັດຕະກໍາຈາກສາມພາກສ່ວນ ໄດ້ແກ່ ພາກລັດ, ພາກເອກະຊົນ ແລະ ສະຖາບັນການສຶກສາ.”

ກອງປະຊຸມ AEBF-24 ປະກອບມີກິດຈະກໍາຫຼາຍລາຍການ ເປັນຕົ້ນແມ່ນ ເວທີເສວະນາລະດັບສູງ ແລະ ການເຈລະຈາ ລະຫວ່າງລັດຖະມົນຕີ-ປະທານກຳມະການບໍລິຫານ, ກອງປະຊຸມສາກົນອາຊຽນທາງດ້ານພະລັງງານ ແລະ ສິ່ງແວດລ້ອມ ຄັ້ງທີ 4 (AICEE), ເປີດໂຕການນໍາສະເໜີບົດລາຍງານທິດທາງພະລັງງານ ສະບັບທີ 8 (AEO8). ໂດຍມີຫົວຂໍ້ສໍາຄັນຫຼາຍຢ່າງ ໄດ້ແກ່ ຕາຂ່າຍໄຟຟ້າອາຊຽນ, ທໍ່ສົ່ງແກ໊ສຂ້າມອາຊຽນ, ລະບົບນິເວດລົດຍົນໄຟຟ້າ, ທ່າແຮງຂອງພະລັງງານນໍ້າ, ພະລັງງານຊີວະພາບ, ການພັດທະນາພະລັງງານສະອາດ ແລະ ອື່ນໆ.

ນອກຈາກນີ້, ເພື່ອເປັນການເລີ່ມຕົ້ນກອງປະຊຸມ AEBF-24 ໃນມື້ທໍາອິດ, ທາງ ACE ຈະມີການຈັດ ຂະບວນຂົນສົ່ງສີຂຽວອາຊຽນ (GTR) ປະຈໍາປີ 2024 ພາຍໃຕ້ຫົວຂໍ້ “ການເດີນທາງດ້ວຍຍານພາຫະນະສີຂຽວ”, ໂດຍເນັ້ນໃຫ້ເຫັນເຖິງຄວາມພະຍາຍາມຂອງພາກພື້ນ ໃນການຫຼຸດຜ່ອນການປ່ອຍທາດອາຍພິດເຮືອນແກ້ວຈາກການຂົນສົ່ງ. ໃນຂະບວນດັ່ງກ່າວ, ຈະໄດ້ນໍາໃຊ້ຍານພາຫານະແບບຍືນຍົງປະເພດຕ່າງໆ ເຊິ່ງເດີນທາງຈາກປະເທດອິນໂດເນເຊຍມາຍັງ ຫໍປະຊຸມແຫ່ງຊາດ, ສປປ ລາວ.

ອີງໃສ່ຜົນສໍາເລັດຂອງກອງປະຊຸມໃນປີຜ່ານມາ ເຊິ່ງມີຜູ້ເຂົ້າຮ່ວມກວ່າ 1,500 ຄົນ ແລະ ມີວິທະຍາກອນລະດັບສູງກວ່າ 200 ທ່ານ ໃນເວທີເສວະນາ 18 ລາຍການ ໂດຍຄາດວ່າກອງປະຊຸມທີ່ຈະຈັດຂຶ້ນໃນປີນີ້ກໍຈະປະສົບຜົນສໍາເລັດເຊັ່ນກັນ. ບັນດາຜູ້ແທນ AEBF ຈະມີໂອກາດໃນການສ້າງເຄືອຂ່າຍ, ເຂົ້າຮ່ວມການຈັບຄູ່ທາງທຸລະກິດ ແລະ ສ້າງສາຍພົວພັນຮ່ວມມື ໃນການພັດທະນາຄວາມໝັ້ນຄົງດ້ານພະລັງງານ ແລະ ຄວາມພະຍາຍາມໃນການຫັນປ່ຽນຂອງອາຊຽນ.

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...