spot_img
Homeຂ່າວຢາເສບຕິດສານອຸດົມໄຊ ລົງໂທດປະຫານຊີວິດ 2 ຈໍາເລີຍ ຄ້າຂາຍຢາບ້າ 93 ມັດ

ສານອຸດົມໄຊ ລົງໂທດປະຫານຊີວິດ 2 ຈໍາເລີຍ ຄ້າຂາຍຢາບ້າ 93 ມັດ

Published on

ວັນທີ 28 ມິຖຸນາ 2024 ຜ່ານມາ ຄະນະສານອາຍາຂັ້ນຕົ້ນ ສານປະຊາຊົນ ແຂວງອຸດົມໄຊ ໄດ້ຄົ້ນຄວ້າພິຈາລະນາຕັດສິນຄະດີຄ້າຂາຍຢາເສບຕິດ ປະເພດຢາບ້າ ຈໍານວນ 93 ມັດ ນໍ້າໜັກ 22 ກິໂລ ໂດຍຈຳເລີຍແມ່ນ ທ້າວ ຮາວັນແທັງ ອາຍຸ 52 ປີ ສັນຊາດຫວຽດນາມ ແລະ ທ້າວ ສຸລິຍົງ ຫຼື ບຸນຍົງ ອາຍຸ 52 ປີ ສັນຊາດລາວ ທັງ 2 ຖືກຕັດສີນປະຫານຊີວິດ.

ຜ່ານການສອບສວນ ທ້າວ ຮາວັນແທັງ ຮັບສາລະພາບວ່າ: ຕົນ ແລະ ທ້າວ ແທງລໍວັນ ຈະໄປຊອກຮັບຈ້າງໄຖສວນກາເຟຢູ່ເມືອງ ປາກຊ່ອງ ແຂວງ ຈຳປາສັກ ແລ້ວຈະເອົາຢາບ້າໄປຊອກຂາຍນໍາ ຕົນຈຶ່ງສັ່ງຊື້ຢາບ້າ ນໍາທ້າວ ສຸລິຍົງ ຫຼື ບຸນຍົງ ຢູ່ບ້ານ ນາປົວ, ເມືອງ ໃໝ່, ແຂວງ ຜົ້ງສາລີ; ມາຮອດເວລາປະມານ 10 ໂມງ ຂອງວັນທີ 9 ມີນາ 2022 ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ອຸດົມໄຊ ໄດ້ສົມທົບ ກັບເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງ ໃໝ່ ແຂວງ ຜົ້ງສາລີ ເຂົ້າຈັບຕົວທ້າວ ສຸລິຍົງ ຫຼື ບຸນຍົງ, ຜ່ານການກວດຄົ້ນໄດ້ພົບເຫັນຢາບ້າ ຈຳນວນ 2 ເມັດ ນໍ້າໜັກ 0,2 ກຣາມ ແລະ ເຄື່ອງຂອງອື່ນໆ.
ທ້າວ ສຸລິຍົງ ຫຼື ບຸນຍົງ ຮັບສາລະພາບວ່າ: ຕົນຂາຍຢາບ້າໃຫ້ກັບທ້າວ ຮາວັນແທັງ ແທ້ ແຕ່ຂາຍໃຫ້ພຽງແຕ່ 9 ມັດເທົ່ານັ້ນ, ສ່ວນທີ່ເຫຼືອແມ່ນບໍ່ຮູ້ວ່າ ທ້າວ ຮາວັນແທັງ ເອົາມາແຕ່ໃສ.

ຜ່ານການຄົ້ນຄວ້າ, ກວດກາບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດ ຄົບຖ້ວນ, ຮອບດ້ານ, ພາວະວິໄສ ແລ້ວ: ເຫັນວ່າ: ການກະທໍາຂອງທ້າວ ຮາວັນແທງ (ຈໍາເລີຍ 1) ແລະ ທ້າວ ສຸລິຍົງ ຫຼື ບຸນຍົງ (ຈໍາເລີຍ 2 ) ມີຄວາມຜິດຕາມຂໍ້ກ່າວຫາແທ້ ສານຈຶ່ງຕັດສິນລົງໂທດປະຫານຊີວິດ ທັງ 2 ຈໍາເລີຍ; ສ່ວນທ້າວ ແທງລໍວັນ ທີ່ໄດ້ເອົາຕົວລົບຈາາກສະທີ່ຄຸມຂັງນັ້ນ ເຈົ້າໜ້າທີ່ວິຊາສະເພາະຍັງສືບຕໍ່ຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.

ແຫຼ່ງຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...