spot_img
Homeຂ່າວພາຍ​ໃນເຈົ້າໜ້າທີ່ຈັບໂຈນລັກລົດຈັກ

ເຈົ້າໜ້າທີ່ຈັບໂຈນລັກລົດຈັກ

Published on

ເມື່ອບໍ່ດົນມານີ້, ປກສ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັບຕົວຜູ້ກໍ່ເຫດລັກລົດຈັກປະຊາຊົນ, ຫຼັງຈາກມີພົນລະເມືອງດີໄດ້ແຈ້ງຄວາມຫາເຈົ້າໜ້າທີ່ ແລະ ໃຊ້ເວລາຕິດຕາມຕົວ 2 ວັນ ຈຶ່ງສາມາດຈັບຕົວໄດ້ຄື: ທ້າວ ອານຸສອນ ອາຍຸ 27 ປີ, ອາຊີບກໍາມະກອນ, ຢູ່ບ້ານ ນາລ້ອມ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໃນຂໍ້ຫາລັກຊັບພົນລະເມືອງ ມາດຳເນີນການສືບສວນ-ສອບສວນ.

อาจเป็นรูปภาพของ 3 คน

ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ຜູ້ກ່ຽວໄດ້ຮັບສາລະພາບວ່າ: ໃນວັນທີ 4 ມີຖຸນາ 2024 ຕົນເອງໄດ້ໄປລັກລົດເວບຮ້ອຍ ສີຂຽວດໍາ ຢູ່ຂອບເຂດ ໜ້າຕະຫຼາດບ້ານເກີນ, ເມືອງທຸລະຄົມ, ແຂວງວຽງຈັນ, ພາຍຫຼັງລັກລົດຈັກໄດ້ແລ້ວກໍ່ເອົາໄປໃຫ້ຜູ້ຮ່ວມຂະບວນການນໍາກັນໄປຂາຍ, ຂາຍໃນລາຄາ 3,000,000 ກີບ , ຫຼັງຈາກຜູ້ຮ່ວມຂະບວນການເອົາລົດຈັກໄປຂາຍແລ້ວ ໄດ້ຊື້ຢາບ້າມາໃຫ້ ຕົນຈໍານວນ 32 ເມັດ, ຕົກມາຮອດວັນທີ 5 ມີຖຸນາ 2024 ຈຶ່ງຖືກເຈົ້າໜ້າທີ່ກັກຕົວ ພ້ອມຂອງກາງລົດຈັກ 1 ຄັນ ແລະ ຢຶດຢາເສບຕິດ ຈໍານວນ 32 ເມັດ ທີ່ຊຸກເຊື່ອງໄວ້ໃນກະເປົາຜູ້ກ່ຽວມາ ທໍາການສຶບສວນ- ສອບສວນຕາມລະບຽບກົດໝາຍ.

ຜູ້ກ່ຽວຍັງໃຫ້ການຕື່ມອີກວ່າ: ໃນປີ 2018 ໄດ້ຖືກເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງໄຊເສດຖາ ກັກຕົວໃນຂໍກ່າວຫາລັກຊັບພົນລະເມືອງ (ປະເພດລົດຈັກ ຈຳນວນ 4 ຄັນ) ພ້ອມທັງຖືກຕັດອິດສະພາບ 4 ປີ, ຫຼັງຈາກໄດ້ຮັບການປ່ອຍຕົວ, ຜູ້ກ່ຽວບໍ່ເຄັດຫຼາບຍັງເຄື່ອນໄຫວລັກຊັບຂອງພົນລະເມືອງອີກ ແລະ ຄັ້ງນີ້ໄປບໍ່ລອດຈຶ່ງຖືກເຈົ້າໜ້າທີ່ກັກຕົວຜູ້ກ່ຽວມາດຳເນີນຄະດີຕາມລະບຽບກົດໝາຍຂອງບ້ານເມືອງອີກຄັ້ງ.

ຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...