Homeຂ່າວທ້ອງຖິ່ນການເງິນ ແລະ ເສດຖະກິດຂໍ້ຕົກລົງວ່າດ້ວຍການປັບປຸງອັດຕາດອກເບ້ຍພື້ນຖານຂອງທະນາຄານແຫ່ງ ສປປ ລາວ

ຂໍ້ຕົກລົງວ່າດ້ວຍການປັບປຸງອັດຕາດອກເບ້ຍພື້ນຖານຂອງທະນາຄານແຫ່ງ ສປປ ລາວ

Published on

ອີງຕາມກົດຫມາຍວ່າດ້ວຍທະນາຄານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ) ສະບັບເລກທີ 47/ສພຊ, ລົງວັນທີ 19 ມິຖຸນາ 2018;

ອີງຕາມກົດຫມາຍວ່າດ້ວຍທະນາຄານທຸລະກິດ (ສະບັບປັບປຸງ) ສະບັບເລກທີ 56/ພຊ, ລົງວັນທີ 07 ທັນວາ 2018;

ອີງຕາມມະຕິກອງປະຊຸມຄະນະກໍາມະການນະໂຍບາຍເງິນຕາຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງ ທີ I ປີ 2024 ສະບັບເລກທີ 02/ສພຫ.ຄນງ, ລົງວັນທີ 11 ມິຖຸນາ 2024.

ມາດຕາ 1 ຈຸດປະສົງ
ຂໍ້ຕົກລົງສະບັບນີ້ອອກເພື່ອປັບປຸງອັດຕາດອກເບ້ຍພື້ນຖານຂອງທະນາຄານແຫ່ງ ສປປ ລາວ ໃຫ້ສອດ ຄ່ອງກັບສະພາບເສດຖະກິດ-ເງິນຕາພາຍໃນ ແລະ ສາກົນ ໃນປັດຈຸບັນ.

ມາດຕາ 2 ການປັບປຸງອັດຕາດອກເບ້ຍພື້ນຖານຂອງທະນາຄານແຫ່ງ ສປປ ລາວ
ທະນາຄານແຫ່ງ ສປປ ລາວ ປັບເພີ່ມອັດຕາດອກເບ້ຍພື້ນຖານຂອງທະນາຄານແຫ່ງ ສປປ ລາວ ສະກຸນ ເງິນກີບ ໄລຍະບໍ່ເກີນ 7 ວັນ ຈາກ 8.5% ຕໍ່ປີ ມາເປັນ 10% ຕໍ່ປີ.

ມາດຕາ 3 ການນໍາໃຊ້ອັດຕາດອກເບ້ຍພື້ນຖານຂອງທະນາຄານແຫ່ງ ສປປ ລາວ
ທະນາຄານແຫ່ງ ສປປ ລາວ ນໍາໃຊ້ອັດຕາດອກເບ້ຍພື້ນຖານຂອງທະນາຄານແຫ່ງ ສປປ ລາວ ເພື່ອຈັດຕັ້ງ ປະຕິບັດນະໂຍບາຍເງິນຕາ ໃນການດັດສົມສະພາບຄ່ອງແຫຼ່ງສຸດທ້າຍໃຫ້ທະນາຄານທຸລະກິດທີ່ຂາດສະພາບຄ່ອງ ຕາມລະບຽບການກ່ຽວຂ້ອງ.

ມາດຕາ 4 ການຈັດຕັ້ງປະຕິບັດ
ມອບໃຫ້ກົມນະໂຍບາຍເງິນຕາ, ກົມບໍລິການທະນາຄານ ເປັນເຈົ້າການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ພ້ອມທັງເຜີຍແຜ່-ແນະນໍາໃຫ້ບັນດາສາຂາທະນາຄານແຫ່ງ ສປປ ລາວ ປະຈໍາພາກ, ບັນດາທະນາຄານທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງຮັບຮູ້ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ໃຫ້ໄດ້ຮັບຜົນດີ.

ມາດຕາ 5 ຜົນສັກສິດ
ຂໍ້ຕົກລົງສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ໃຊ້ປ່ຽນແທນຂໍ້ຕົກລົງວ່າດ້ວຍການ ປັບປຸງອັດຕາດອກເບ້ຍພື້ນຖານຂອງທະນາຄານແຫ່ງ ສປປ ລາວ ສະບັບເລກທີ 303/ທຫລ, ລົງວັນທີ 07 ມີນາ 2024.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...