Homeຂ່າວຕ່າງປະເທດເຜັດເກີນ! ເດນມາກເອີ້ນຄືນໝີ່ເຄິ່ງສຳເລັດຮູບຊື່ດັງຂອງເກົາຫຼີໃຕ້

ເຜັດເກີນ! ເດນມາກເອີ້ນຄືນໝີ່ເຄິ່ງສຳເລັດຮູບຊື່ດັງຂອງເກົາຫຼີໃຕ້

Published on

ສຳນັກຂ່າວ BBC ລາຍງານໃນວັນອັງຄານທີ 11 ມິຖຸນາ 2024 ນີ້ວ່າ: ເດນມາກເອີ້ນຄືນຜະລິດຕະພັນໝີ່ເຄິ່ງສຳເລັດຮູບລົດເຜັດ Samyang (ຊຳຍັງ) ເຊິ່ງເປັນຜະລິດຕະພັນທີ່ໄດ້ຮັບຄວາມນິຍົມຂອງເກົາຫຼີໃຕ້ ເນື່ອງຈາກມີລົດຊາດທີ່ເຜັດເກີນໄປ ແລະ ມີ ສານແຄັບໄຊຊິນໃນໝີ່ອາດເປັນອຫນຕະລາຍຕໍ່ຜູ້ບໍລິໂພກໄດ້

ສຳລັບໝີ່ເຄິ່ງສຳເລັດຮູບທີ່ຖືກເອີ້ນກັບມີ 3 ລົດຊາດດັ່ງນີ້:  Buldak 3x Spicy & Hot Chicken, 2x Spicy & Hot Chicken และ Hot Chicken Stew ຈາກການອ້າງອີງໃນຖະແຫຼງການຂອງສຳນັກງານອາຫານ ແລະ ສັດຕະວະແພດຂອງເດນມາກ.

ທາງດ້ານຜູ້ຜະລິດໄດ້ອອກມາບອກວ່າ: ຜະລິດຕະພັນຂອງເຮົາບໍ່ມີບັນຫາກັບຄຸນນະພາບຂອງອາຫານ ພວກເຮົາເຂົ້າໃຈດີວ່າອົງການດ້ານອາຫານຂອງເດນມາກໄດ້ເອີ້ນຄືນຜະລິດຕະພັນດັ່ງກ່າວ ບໍ່ແມ່ນຍ້ອນບັນຫາດ້ານຄຸນນະພາບ. ແຕ່ຍ້ອນວ່າພວກມັນເຜັດເກີນໄປ ຜະລິດຕະພັນທີ່ກຳລັງຖືກສົ່ງ​ອອກ​ໄປ​ທົ່ວ​ໂລກ. ທັງນີ້ຍັງບໍ່ມີລາຍງານທີ່ຊັດເຈນວ່າ: ກ່ອນໜ້ານີິ້ເກີດຫຍັງຂຶ້ນໃນເດນມາກອັນເປັນເຫດ ເຮັດໃຫ້ເຈົ້າໜ້າທີ່ຕ້ອງດຳເນີນການເອີ້ນຄືນ ຫຼື ບໍ່?

ແຫຼ່ງຂ່າວ: BBC

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...