Homeຂ່າວພາຍ​ໃນລາວ-ມົງໂກລີ ລົງນາມເອກະສານ 3 ສະບັບ

ລາວ-ມົງໂກລີ ລົງນາມເອກະສານ 3 ສະບັບ

Published on

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ຄູເຣລສຸກຄ໌ ໂອຄະນາ ປະທານາທິບໍດີ ແຫ່ງ ມົງໂກລີ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມລັດຖະກິດ ທີ່ ມົງໂກລີ ໃນລະຫວ່າງວັນທີ 11-12 ມິຖຸນາ 2024 ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ລາວ-ມົງໂກລີ ໃຫ້ນັບມື້ນັບເພີ່ມທະວີຍິ່ງໆຂຶ້ນ.

อาจเป็นรูปภาพของ 2 คน และ ข้อความพูดว่า "一"

ພາຍຫຼັງສໍາເລັດການພົບປະ, ທ່ານ ຄູເຣລສຸກຄ໌ ໂອຄະນາ ປະທານາທິບໍດີ ແຫ່ງ ມົງໂກລີ ແລະ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານຮ່ວມກັນ 3 ສະບັບຄື: ບົດບັນທຶກຄວາມເຂົ້າໃຈ ການຮ່ວມມືໃນຂົງເຂດວຽກງານຄຸ້ມຄອງລັດຖະກອນ ລະຫວ່າງ ກະຊວງພາຍໃນ ແຫ່ງ ສປປ ລາວ ແລະ ສະພາຄຸ້ມຄອງລັດຖະກອນ ແຫ່ງ ມົງໂກລີ.

อาจเป็นรูปภาพของ 11 คน, แท่นบรรยาย และ ข้อความ

ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືດ້ານສາທາລະນະສຸກ ແລະ ການບໍລິການດ້ານການແພດ ລະຫວ່າງ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ແລະ ກະຊວງສາທາລະນະສຸກ ແຫ່ງ ມົງໂກລີ.

อาจเป็นรูปภาพของ 6 คน, แท่นบรรยาย และ ข้อความ

ອານຸສັນຍາກ່ຽວກັບສຸຂານາໄມສັດ ສໍາລັບການສົ່ງອອກຊີ້ນງົວ, ຊີ້ນມ້າ, ຊີ້ນແກະ ແລະ ຊີ້ນແບ້ ຈາກມົງໂກລີ ເຂົ້າມາ ສປປ ລາວ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ກະຊວງ ອາຫານ, ກະສິກໍາ ແລະ ອຸດສາຫະກໍາເບົາ ແຫ່ງ ມົງໂກລີ.

ຂ່າວ-ພາບ: ກຕທ, ປະເທດລາວ

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...