Homeຂ່າວເຫດການເຕືອນໄພສາຍໃຈບຸນ ລະວັງມິດສາຊີບທີ່ສ້າງເພຈຂຶ້ນມາ ແລ້ວແອບອ້າງເປັນໜ່ວຍກູ້ໄພ ເປີດຮັບບໍລິຈາກ

ເຕືອນໄພສາຍໃຈບຸນ ລະວັງມິດສາຊີບທີ່ສ້າງເພຈຂຶ້ນມາ ແລ້ວແອບອ້າງເປັນໜ່ວຍກູ້ໄພ ເປີດຮັບບໍລິຈາກ

Published on

ເຕືອນໄພສາຍໃຈບຸນ ທ່ານໃດມັກບໍລິຈາກເງິນຊ່ວຍເຫຼືອຕາມເພຈກູ້ໄພໃຫ້ກວດສອບດີໆກ່ອນໂອນ ເນື່ອງຈາກມີເພຈປອມໄດ້ໃຊ້ຊື່ ແລະ ໂລໂກ້ຂອງໜ່ວຍງານກູ້ໄພແທ້ ເພື່ອເປັນຊ່ອງທາງໃນການຮັບບໍລິຈາກ.

ເມື່ອວັນທີ 11 ມິຖຸນາ 2024, ເພຈປອມທີ່ໃສ່ສື່ວ່າ ມູນລະນິທິ ກູ້ໄພຊ່ວຍເຫຼືອຄົນທຸກຍາກໄດ້ມີການໂພສເປີດຮັບບໍລິຈາກໃນວັນອັງຄານ ໂດຍມີເນື້ອໃນວ່າ:

“ຕາສົງສານເສດຖະກິດແບບນີ້ເຊັກປະຫັວດໄດ້ນ້ອງນ້ຳນິນອາຍຸ 12 ປີທີ່ກູ້ໄພນະຄອນຫຼວງຊ່ວຍເຫຼືອໄດ້ເສຍຊີວີດແລ້ວ ນ້ອງນ້ຳນິນອາການຊຸດຫນັກແຕ່ມື້ແລງວານນີ້ທີ 10/6/2024 ຈົນຮອດປະຈຸບັນນີ້ເວລາ10ໂມງເຊົ້າທີ 11/6/2024 ນ້ອງນ້ຳນິນໄດ້ເສຍຊິວິດແລ້ວ ທາງໜ່ວຍກູ້ໄພຂອງພວກເຮົາກໍ່ຈະນຳສົ່ງສົບນ້ອງກັບບ້ານມື້ອື່ນຕອນສວຍເພາະນ້ອງເປັນຄົນບ້ານໂນນສົມບຸນ ເມືອງບໍລິຄັນ ແຂວງບໍລິຄຳໄຊ ສ່ວນຄ່າໃຊ້ຈ່າຍຄາປີ່ນປົວແລະນຳສົ່ງນ້ອງກັບບ້ານແມ່ນທາງກູ້ໄພຂອງພວກເຮົາອອກຄ່າໃຊ້ຈ່າຍໃຫ້ທັງໝົດ ທ່ານໃດຢາກອອກຄ່າຊ່ວຍໂລ່ງສົບ 9.000.000 ກີບສົ່ງສະການວັນທີ 13/6/2024 ທ່ານສາມາດບໍລິຈາກກິນທານຄ່າໂລ່ງຜ່ານບັນຊີການຄ້າສູນກາງ ໝ່ວຍກູ້ໄພເລີຍເຈົ້າຜ່ານເລກບັນຊີສູນກາງໝ່ວຍກູ້ໄພໄດ້ເລີຍເຈົ້າ 1111228439512 ”

ຫຼັງຈາກໂພສດັ່ງກ່າວໄດ້ເຜີຍແຜ່ອອກໄປກໍມີຫຼາຍຄົນເຂົ້າມາສະແດງຄວາມຄິດເຫັນ ແລະ ບໍລິຈາກເງິນໂດຍທີ່ບໍ່ຮູ້ໂຕວ່າກຳລັງຕົກເປັນເຫຍື່ອຂອງມິດສາຊີບ, ເນື່ອງຈາກໄດ້ມີຍາດພີ່ນ້ອງຂອງຜູ້ເສຍຊີວິດໄດ້ອອກມາເປີດເຜີຍວ່າ: ນ້ອງແມ່ນມີອາການໜັກ ຕັ້ງແຕ່ວັນທີ 2/06/2024 ແລະ ໄດ້ເສຍຊີວິດຕັ້ງແຕ່ວັນທີ 3/06/2024 ແລ້ວ ພ້ອມຂໍໃຫ້ທຸກຄົນລະວັງເພຈດັ່ງກ່າວ.

ໂດຍຢາກແຈ້ງໃຫ້ທຸກທ່ານກວດຄືນເບິ່ງ ພ້ອມຕິດຕໍ່ຫາໜ່ວຍກູ້ໄພກ່ອນທີ່ຈະໂອນເງິນບໍລິຈາກອອນລາຍ ເຊິ່ງວິທີເບິ່ງເບື້ອງຕົ້ນ:
ເພຈປອມ ແມ່ນບໍ່ຮູ້ທີ່ຕັ້ງໜ່ວຍງານ, ໂທໄປບໍ່ຕິດ ບໍ່ມີຄົນຮັບ, ເອົາຮູບເກົ່າລົງຊໍ້າໆ, ຂໍ້ມູນປິດເປຶອນ. ສ່ວນເພຈແທ້: ຮູ້ທີ່ຕັ້ງໜ່ວຍງານຊັດເຈນ (ມີບ້ານ, ເມືອງ, ແຂວງ ສາມາດໄປບໍລິຈາກໄດ້ຮອດສະຖານທີ່), ຕິດຕໍ່ໄດ້, ມັກອອກເຫດຊ່ວຍເຫຼືອສັງຄົມ.

ທັງນີ້, ຂໍໃຫ້ພາກສ່ວນຮັບຜິດຊອບກວດກາຕື່ມ ພ້ອມໃສ່ໂທດຜູ້ແອບອ້າງທີ່ຫາກິນນຳຄວາມໃຈບຸນຂອງປະຊາຊົນ.

ເພີ່ມເຕີມ: ແຟນເພສທີ່ມີຄົນຕິດຕາມຫຼາຍ ກໍບໍ່ໄດ້ກາລັງຕີວ່າ ເພຈດັ່ງກ່າວແມ່ນເພຈແທ້ ເນື່ອງມິດສາຊີບ ນຳໃຊ້ຫຼາຍວິທີ ແລະ ຫຼາຍຮູບແບບ ທີ່ສາມາດຊັກຊວນ ແລະ ເຮັດໂຕໃຫ້ສັງຄົມເຊື່ອຖືພວກເຂົາ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...