Homeຂ່າວພາຍ​ໃນສສຊ ສະເໜີລັດຖະບານ ແກ້ໄຂເສດຖະກິດ

ສສຊ ສະເໜີລັດຖະບານ ແກ້ໄຂເສດຖະກິດ

Published on

ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 11 ມິຖຸນາ 2024 ທ່ານ ນາງ ຫົງຄໍາ ໄຊຍະຄົມ ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ສະເໜີໃຫ້ລັດຖະບານແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດຂອງປະເທດ, ໂດຍສະເພາະບັນຫາອັດຕາເງິນເຟີ້ ເຮັດໃຫ້ເງິນກີບອ່ອນຄ່າ ທີ່ປະຊາຊົນຄອງຄອຍໃຫ້ອັດຕາເງິນເຟີ້ຫຼຸດລົງ, ເນື່ອງຈາກປັດຈຸບັນສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ເຮັດໃຫ້ຄ່າຄອງຊີບທີ່ໄດ້ຮັບແມ່ນບໍ່ກຸ້ມກິນ, ສິນຄ້າປະເພດຕ່າງໆຕາມທ້ອງຕະຫຼາດແມ່ນມີລາຄາເພີ່ມຂຶ້ນ.

อาจเป็นรูปภาพของ 5 คน และ ข้อความ

ນອກນີ້, ທ່ານນາງ ວາລີ ເວດສະພົງ ສສຊ ເລກເລືອກຕັ້ງທີ 1 ນະຄອນຫຼວງ ວຽຈັນ ກໍໄດ້ຕັ້ງຄຳຖາມຫຼາຍບັນຫາ, ພ້ອມສະເໜີໃຫ້ລັດຖະບານແກ້ໄຂບັນຫາອັດຕາເງິນເຟີ້ເຊັ່ນດຽວກັນ, ພ້ອມວາງມາດຕະການຕໍ່ຜູ້ກະທຳຜິດຢ່າງເຂັ້ມງວດ. ໃນນັ້ນ, ຍັງສະເໜີໃຫ້ລັດຖະບານ ແກ້ໄຂບັນຫາວຽກງານການທ່ອງທ່ຽວເປັນຕົ້ນການບໍລິການໃຫ້ດີຂຶ້ນ, ທັງສະເໜີໃຫ້ມີການຫຼຸດການນໍາໃຊ້ເງິນຕາຕ່າງປະເທດ, ຫຼຸດການນໍາໃຊ້ນໍ້າມັນເຊື້ອໄຟ, ໂດຍຫັນມາໃຊ້ລົດໄຟຟ້າ ເພື່ອທົດແທນແມ່ນເປັນການດີ.

อาจเป็นรูปภาพของ 6 คน, แคลริเน็ต, โอโบ และ ข้อความ

ຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...