spot_img
Homeຂ່າວຕ່າງປະເທດສາຍຄໍຊ່ວຍຊີວິດ, ໜຸ່ມໂຊກດີຈາກການຖືກຍິງຍ້ອນສວມໃສ່ສາຍຄໍ.

ສາຍຄໍຊ່ວຍຊີວິດ, ໜຸ່ມໂຊກດີຈາກການຖືກຍິງຍ້ອນສວມໃສ່ສາຍຄໍ.

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ: ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ຕຳຫຼວດໃນເມືອງຄອມເມີດຊີຕີ, ລັດໂຄໂລລາໂດ, ສະຫະລັດອາເມລິກາໄດ້ໃຫ້ຮູ້ວ່າ ມີເຫດການສຸດປະຕິຫານຂອງຊາຍຄົນໜຶ່ງທີ່ຖືກຄູ່ກໍລະນີໄລ່ຍິງ, ແຕ່ລາວບໍ່ໄດ້ຮັບບາດເຈັບຈາກລູກປືນເລີຍ, ເພາະລູກປືນໄດ້ຖືກສາຍຄໍຂອງລາວ ແລະ ເຮັດໃຫ້ລອດຊີວິດຢ່າງປະຕິຫານ.

ເຊິ່ງລັກສະນະຂອງສາຍຄໍເປັນສະແຕນເລດ, ມີຄວາມໜາປະມານ 10 ມິລີແມັດ (mm), ໂດຍລູກປືນໄດ້ຖືກສາຍຄໍພໍດີ ເລີຍເຮັດໃຫ້ຄວາມແຮງຂອງກະສູນຫຼຸດລົງ. ດັ່ງນັ້ນ, ຈຶ່ງເຮັດໃຫ້ລາວລອດຊີວິດຢ່າງປະຕິຫານ, ເມື່ອມີກະແສຂ່າວອອກໄປ ຕ່າງກໍເຮັດໃຫ້ຄົນໃນສັງຄົມສົງໄສວ່າ: ສາຍຄໍທີ່ລາວສວມໃສ່ນັ້ນຊື້ມາຈາກໃສ?

ສຳລັບຄະດີດັ່ງກ່າວ, ເຈົ້າໜ້າທີ່ສາມາດຈັບກຸມຜູ້ກໍ່ເຫດໄດ້ແລ້ວ, ພ້ອມທັງໃສ່ໂທດຂໍ້ຫາພະຍາຍາມຂ້າ.

ທີ່ມາ: CNN

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...