spot_img
Homeຂ່າວຢາເສບຕິດຕຳຫຼວດຈັບຄົນລາວ 5 ຄົນລັກລອບຂົນເຮໂລອິນ 100 ກ້ອນເຂົ້າຫວຽດນາມ

ຕຳຫຼວດຈັບຄົນລາວ 5 ຄົນລັກລອບຂົນເຮໂລອິນ 100 ກ້ອນເຂົ້າຫວຽດນາມ

Published on

ໃນວັນທີ 23 ພຶດສະພາ ທີ່ຜ່ານມາ, ທີ່ເມືອງດາກົງ (Đakrông), ແຂວງກວາງຈິ (Quảng Trị), ຫວຽດນາມ, ເຈົ້າໜ້າທີ່ໄດ້ກັກໂຕຄົນລາວ ຈຳນວນ 5 ຄົນ (ຍິງ 3, ຊາຍ 2) ໃນຂໍ້ຫາລັກລອບຂົນສົ່ງເຮໂຣອິນ 100 ແທ່ງ ເຂົ້າຫວຽດນາມ, ເຊິ່ງຜູ້ຕ້ອງສົງໄສ 5 ຄົນດັ່ງກ່າວ ແມ່ນຢູ່ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ 1 ຄົນ ແລະ ຢູ່ນະຄອນຫລວງວຽງຈັນ 4 ຄົນ.

ຕາມລາຍລະອຽດການຈັບກຸມ, ວັນທີ 23 ພຶດສະພາ, ເຈົ້າໜ້າທີ່ປະຕິບັດກົດໝາຍໄດ້ຢຸດຕິລົດທີ່ຕ້ອງສົງໄສຕິດປ້າຍທະບຽນລາວ. ໃນຂະນະທີ່ເດີນທາງຢູ່ຕາມທາງຫລວງແຫ່ງຊາດເລກທີ 15 ຂອງບ້ານລາເລ ໃນຊຸມຊົນອ່ານໂງ ເມືອງ ດາຄອນ ແຂວງກວາງຈິ ສສ ຫວຽດນາມ. ຂະນະທີ່ຊອກຄົ້ນລົດຄັນດັ່ງກ່າວ ຕຳຫລວດໄດ້ພົບເຫັນເຮໂຣອິນ 100 ແທ່ງ ແລະ ເຄື່ອງຂອງຈຳນວນໜຶ່ງວາງຢູ່ໃນລົດ.

ຜູ້ຕ້ອງຫາຊາວລາວທັງໝົດຍອມຮັບວ່າ: ໄດ້ຮັບຈ້າງຂົນສົ່ງຢາເສບຕິດ ຈາກລາວ ເຂົ້າມາປະເທດ ໂດຍຜ່ານດ່ານສາກົນລະຫວ່າງປະເທດ ແລະ ໄດ້ຄ່າຈ້າງເປັນເງິນ 6,000 ໂດລາສະຫະລັດ.
ປັດຈຸບັນຄະດີດັ່ງກ່າວເຈົ້າໜ້າທີ່ພວມຢູ່ໃນການສືບສວນ-ສອບສວນ ເພື່ອຂະຫຍາຍຜົນຫາຜູ້ຮ່ວມຂະບວນການຕື່ມອີກ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...