spot_img
Homeຂ່າວພາຍ​ໃນວັນປູກຕົ້ນໄມ້ແຫ່ງຊາດປີນີ້ ລັດຖະບານຈະປູກຕົ້ນໄມ້ໃຫ້ໄດ້ 3.500 ເຮັກຕາ

ວັນປູກຕົ້ນໄມ້ແຫ່ງຊາດປີນີ້ ລັດຖະບານຈະປູກຕົ້ນໄມ້ໃຫ້ໄດ້ 3.500 ເຮັກຕາ

Published on

ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ຖະແຫຼງຂ່າວໃນວັນທີ 27 ພຶດສະພານີ້ ທີ່ກະຊວງກະສິກຳ ແລະ ປ່າໄມ້, ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2024 ວ່າ: ໃນວັນປູກຕົ້ນໄມ້ແຫ່ງຊາດປີນີ້, ທົ່ວປະເທດມີແຜນການຈະຈັດພິທີສ້າງຂະບວນການປູກຕົ້ນໄມ້ ຈໍານວນ 3.500 ເຮັກຕາ ແລະ ກະກຽມເບ້ຍໄມ້ ຈໍານວນ 3.500.000 ກວ່າເບ້ຍ.

ໃນນີ້, ສະເພາະ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ປະສານສົມທົບກັບພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈະຮ່ວມກັນຈັດພິທີສ້າງຂະບວນການປູກຕົ້ນໄມ້ເພື່ອສະເຫຼີມສະໜອງ ວັນປູກຕົ້ນແຫ່ງຊາດ 1 ມີຖຸນາ ຢູ່ທີ່ ບ້ານໂພສີ (ກຸ່ມໂພນທອງ) ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ໃນເນື້ອທີ່ ປະມານ 5 ເຮັກຕາ.

ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ກ່າວອີກວ່າ: ເພື່ອເປັນການສ້າງຂະບວນການປູກຈິດສຳນຶກໃຫ້ທົ່ວສັງຄົມໃນການສົ່ງເສີມປູກໄມ້ ແລະ ຟື້ນຟູປ່າ ແບບທໍາມະຊາດ ໃຫ້ກວ້າງຂວາງ ແລະ ບັນລຸຕາມແຜນການທີ່ວາງໄວ້, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກແຈ້ງການ ສະບັບເລກທີ 2523/ກປ, ລົງວັນທີ 8 ພຶດ ສະພາ 2024 ເພື່ອເປັນການສ້າງຂະບວນການປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2024. ນອກຈາກນີ້, ກະຊວງກະສິກໍາ ແລະ ປ່າໄມ້ໄດ້ສົມທົບກັບຄະນະພັກ, ຄະນະນຳ ກໍຄືອົງການປົກຄອງທ້ອງຖິ່ນທົ່ວປະເທດ ກະກຽມແຜນການ ແລະ ຂະບວນການປູກໄມ້ຢູ່ທ້ອງຖິ່ນໃຫ້ເປັນຂະບວນຟົດຟື້ນ, ໂດຍມີແຜນການເກັບແກ່ນ 20 ພັນກວ່າກິໂລກຣາມ, ກ້າເບ້ຍໄມ້ 34 ລ້ານກວ່າເບ້ຍ ແລະ ປູກໄມ້ 42.000 ເຮັກຕາ.
ແຫຼ່ງຂ່າວ: lao national radio

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...