spot_img
Homeຂ່າວຕ່າງປະເທດຈອນນີ ແວັກເຕີ ນັກສະແດງຊາວອາເມລິກາຖືກຍິງເສຍຊີວິດ

ຈອນນີ ແວັກເຕີ ນັກສະແດງຊາວອາເມລິກາຖືກຍິງເສຍຊີວິດ

Published on

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 28 ພຶດສະພາ 2024 ນີ້ ເກີດເຫດການສຸດຊ໋ອກຂອງວົງການບັນເທີງສະຫະລັດ ເມື່ອ ຈອນນີ ແວັກເຕີ ອາຍຸ 37 ປີ ນັກສະແດງຊາຍໜຸ່ມຊາວອາເມລິກາ ຈາກຊີຣີ້ເລື່ອງ general hospital ຖືກຍິງເສຍຊີວິດລັງພະຍາຍາມຂັດຂວາງແກ້ງໂຈນທີ່ກຳລັງລັກຊິ້ນສ່ວນຂອງລົດຕົນ.

ຕາມການລາຍງານເປີດເຜີຍວ່າ: ເຫດການດັ່ງກ່າວເກີດຂຶ້ນເມື່ອຊ່ວງເຊົ້າຂອງວັນທີ 25 ພຶດສະພາ 2024 ທີ່ຜ່ານມາ, ທີ່ຖະໜົນ ເຊົາໂຮບ ສະຕີດ ຢູ່ໃນລອສແອນເຈີລີສ ລັດແຄລິຟໍເນຍ ເຊິ່ງແວັກເຕີ ໄດ້ຖືກຍິງຈົນບາດເຈັບສາຫັດລັງພະຍາຍາມຢຸດໂຈນທີ່ກຳລັງພະຍາຍາມລັກຊິ້ນສ່ວນ ເຄື່ອງຟອກທໍ່ລົດ ຈາກລົດຂອງຕົນທີ່ຈອດຢູ່ ພາຍຫຼັງນຳສົ່ງໂຮງໝໍ ກ່ອນທີ່ຈະຖືກປະກາດວ່າເສຍຊີວິດໃນທີ່ສຸດ.

ທາງດ້ານແມ່ຂອງແວັກເຕີ ເລົ່າເຫດການວ່າ: ລູກຊາຍຂອງຕົນກັບໄປທີ່ລົດຫຼັງຈາກເລີກຈາກເຮັດວຽກ ໂດຍພົບຊາຍຄົນໜຶ່ງກຳລັງງັດລົດຂອງຕົນ ຈຶ່ງເຂົາໄປຖາມວ່າເກີດຫຍັງຂຶ້ນ ຈາກນັ້ນກໍຖືກຍິງທັນທີ, ທັງນີ້ແວັນເຕີ ມີຜົນງານການສະແດງຫຼາຍເລື່ອງ ໂດຍຜົນງານທີ່ມີຊື່ສຽງຫຼາຍທີ່ສຸດກໍຄື: ເລື່ອງ General Hospital ໃນຊ່ວງປີ 2020-2022 ກັບເລື່ອງ Siberia ຂອງຊ່ອງ NBC ໃນປີ 2023.

ແຫຼ່ງຂ່າວ: BBC

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...