spot_img
Homeຂ່າວພາຍ​ໃນແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ

ແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ

Published on

ວັນທີ 17 ພຶດສະພາ ທີ່ຜ່ານມາ, ກະຊວງປ້ອງກັນປະເທດໄດ້ຈັດພິທີປະກາດການແຕ່ງຕັ້ງ ຮອງລັດຖະມົນຕີ ແລະ ຮອງຫົວໜ້າກົມໃຫຍ່, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ເຊິ່ງໄດ້ມີການແຕ່ງຕັ້ງ ພົນຕີ ສາຍໃຈ ກົມມະສິດ ແລະ ພົນຕີ ປະສິດ ທ່ຽງທຳ ເປັນຮອງລັດຖະມົນຕີກະຊວງປ້ອງກັນປະເທດຢ່າງເປັນທາງການ.อาจเป็นรูปภาพของ 7 คน และ ข้อความ

ນອກນີ້ຍັງໄດ້ແຕ່ງຕັ້ງ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ເປັນຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ແຕ່ງຕັ້ງ ພົນຈັດຕະວາ ຈັນທະຈັກ ໄຊຍະວົງສາ ເປັນຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ແຕ່ງຕັ້ງ ພົນຈັດຕະວາ ທອງພັນ ສຸທຳມະວົງ ຮັກສາການຫົວໜ້າກົມໃຫຍ່ເຕັກນິກກອງທັບ ແລະ ແຕ່ງຕັ້ງ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄໍາປະທຸມ ຮັກສາການຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ.

ຂ່າວ: ໜັງສືພິມກອງທັບ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...