Homeຂ່າວພາຍ​ໃນກວດກາຮ້ານບັນເທິງ ລະເມີດລະບຽບ

ກວດກາຮ້ານບັນເທິງ ລະເມີດລະບຽບ

Published on

ໃນໄລຍະເດືອນ ພຶດສະພາ 2024 ນີ້ ທາງຄະນະສະເພາະກິດຂັ້ນແຂວງຈຳປາສັກ ໄດ້ເຄື່ອນໄຫວຕິດຕາມກວດກາຮ້ານກິນ ດື່ມບັນເທິງ ທີ່ລະເມີດຕໍ່ລະບຽບການຂອງລັດ, ໂດຍສະເພາະແມ່ນໄດ້ເລັ່ງໃສ່ບັນດາກຸ່ມເປົ້າໝາຍຮ້ານກີ່ນດື່ມ, ຮ້ານບັນເທິງ ທີ່ລະເມີດຕໍ່ລະບຽບການຕາມດໍາລັດ 315 ຂອງລັດຖະບານ, ເຊິ່ງຮ້ານແມ່ນລະເມີດລະບຽບສ່ວນຫຼາຍແມ່ນການປິດຮ້ານກາຍເວລາທີ່ທາງການໄດ້ກຳນົດ ແລະ ເປີດເຄື່ອງສຽງແຮງເກີນມາດຖານ ເຮັດໃຫ້ມີສຽງເນື່ອງນັ້ນລົບກວນຊຸມຊົນ ແລະ ບັນຫາອື່ນໆອີກ.

อาจเป็นรูปภาพของ 8 คน และ ข้อความ

ດັ່ງນັ້ນເຈົ້າໜ້າທີ່ໄດ້ສ້າງບົດບັນທຶກ ພ້ອມທັງແນະນໍາ ແລະ ກ່າວເຕືອນຜູ້ປະກອບການທີ່ລະເມີດລະບຽບຄຸ້ມຄອງຕາມດໍາລັດ 315 ຂອງລັດຖະບານທີ່ວາງອອກ, ເພື່ອເຮັດໃຫ້ຜູ້ປະກອບການຮ້ານກິນດື່ມ, ຮ້ານບັນເທີງ ປະຕິບັດຢ່າງ ເຂັ້ມງວດຕໍ່ລະບຽບກົດໝາຍຂອງລັດ.

ຂ່າວ: ໜັງສືພິມຈຳປາໃໝ່

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...