Homeຂ່າວພາຍ​ໃນງານມະຫະກຳ ກິລາມະຫາວິທະຍາໄລລາວ ຄັ້ງທີ 2

ງານມະຫະກຳ ກິລາມະຫາວິທະຍາໄລລາວ ຄັ້ງທີ 2

Published on

ງານມະຫາກຳກິລາມະຫາວິທະຍາໄລລາວ ຄັ້ງທີ 2 ທີ່ມະຫາວິທະຍາໄລແຫ່ງຊາດ ຫຼື ມຊ ຮັບກຽດເປັນເຈົ້າພາບ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນແລງວັນທີ 5 ພຶດສະພາ 2024 ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ (ວິທະຍາເຂດດົງໂດກ) ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຮສ.ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ມີການນຳຂັ້ນສູນກາງ, ກະຊວງກ່ຽວຂ້ອງ, ການນໍາຂັ້ນແຂວງ, ຄະນະນັກກິລາແຕ່ລະພາກສ່ວນ ລວມເຖິງກໍາມະການຕັດສິນ, ນັກກິລາ ຕະຫຼອດຮອດນັກສະແດງທີ່ເປັນນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.

อาจเป็นรูปภาพของ 6 คน, แท่นบรรยาย และ ข้อความพูดว่า "มารลา มะชาวทะยาไลลาว เลลาว ถๆท II อัมทิ 05 05 -14 พิดสะพา 2024, ที่ มะชาาอิทะยาไล แข่ๆฉาด VIP"

ໃນພິທີ, ທ່ານ ຮສ.ປອ ອຸດົມ ພອນຄໍາເພັງ ປະທານຈັດງານມະຫາກໍາກິລາມະຫາວິທະຍາໄລລາວ ຄັ້ງທີ 2 ທັງເປັນປະທານສະຫະພັນກິລາມະຫາວິທະຍາໄລລາວ ໄດ້ລາຍງານວ່າ: ການຈັດງານມະຫາກໍາກິລາມະຫາວິທະຍາໄລລາວ ເປັນການແຂ່ງຂັນກິລາໃນລະດັບມະຫາວິທະຍາໄລ, ສະຖາບັນການສຶກສາຊັ້ນສູງ ແລະ ວິທະຍາໄລ ທົ່ວປະເທດ ຊຶ່ງຈັດຂຶ້ນເປັນຄັ້ງທີ 2 ເພື່ອເປັນໂອກາດສ້າງການພົວພັນ ແລະ ສ້າງຄວາມສາມັກຄີຮັກແພງ ລະຫວ່າງ ບັນດາສະຖາບັນການສຶກສາຊັ້ນສູງ, ອາຊີວະສຶກສາ ວິທະຍາໄລ ທັງພາກລັດ ແລະ ເອກະຊົນ ທົ່ວປະເທດ; ເປັນການເສີມຂະຫຍາຍວຽກງານກີລາ-ກາຍະກໍາ ເຂົ້າສູ່ຖັນແຖວພະນັກງານ ຄູ-ອາຈານ, ນັກສຶກສາຢ່າງກວ້າງຂວາງ ຕໍ່ເນື່ອ ແລະ ຫັນໄປສູ່ການພັດທະນາກິລາແຕ່ລະປະເພດ ເຂົ້າສູ່ລະດັບມາດຕະຖານ, ເປັນໂອກາດຄັດເລືອກເອົານັກກິລາທີ່ດີເດັ່ນ ຜູ້ມີພອນສະຫວັນ ເປັນຕົວແທນນັກສຶກສາ ຂອງບັນດາມະຫາວິທະຍາໄລໃນລາວ ເພື່ອກຽມພ້ອມເຂົ້າຮ່ວມການແຂ່ງຂັນກັບບັນດາສະຖາບັນການສຶກສາຊັ້ນສູງ ໃນງານມະຫາກໍາກິລາມະຫາວິທະຍາໄລຂອງບັນດາປະເທດອາຊຽນ ແລະ ມະຫາວິທະຍາໄລຂອງໂລກ, ທັງກຽມຄວາມພ້ອມ ເພື່ອເປັນເຈົ້າພາບຈັດງານໃນລະດັບພາກພື້ນ ແລະ ສາກົນ ໃນອະນາຄົດ.

อาจเป็นรูปภาพของ 12 คน และ ข้อความ

ພ້ອມນັ້ນ, ຄະນະຮັບຜິດຊອບຈັດງານແຂ່ງຂັນກິລາໃນຄັ້ງນີ້ ຍັງໄດ້ຕົກລົງເຫັນດີເອົາ “ເຜິ້ງ” ເປັນສັດນໍາໂຊກ ເປັນສັນຍາລັກ ຊຶ່ງສະແດງໃຫ້ເຫັນເຖິງຄວາມເປັນປຶກແຜ່ນ, ຄວາມສາມັກຄີມີພະລັງ, ຄວາມດຸໝັ່ນພາກພຽນ ແລະ ຄວາມ ອ່ອນຫວານ ປຽບເໝືອນ ກ້ອນກໍາລັງຂອງນັກສຶກສາໄວໜຸ່ມສາວ ທີ່ມີຄວາມອ່ອນນ້ອມທ່ອມຕົນ, ມີຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ ແລະ ມີຄວາມມຸ່ງຫວັງ ອັນແຫ່ງກ້າໃນການສຶກສາຄົ້ນຄວ້າຮໍ່າຮຽນ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ແລະ ເປັນຜູ້ສືບທອດພາລະກິດຂອງຊາດ ດັ່ງຄໍາເວົ້າທີ່ວ່າ “ຄວາມສາມັກຄີຄືພະລັງແຫ່ງຜົນສໍາເລັດ” ນັກສຶກສາລາວກ້າວໄປ ປະເທດຊາດຮຸ່ງເຮືອງສີວິໄລ.

อาจเป็นรูปภาพของ ข้อความพูดว่า "มะทาวิทะยาไลลาจเทม ถั้งหี 2 The The2*LaosUniversityGames 2nd Laos University Games 05-15 15 05 พิดสะพา พิดสะพา2024 2024 ที่มะทาวิทะยาไลแต่งฉาก r"

ງານແຂ່ງຂັນກິລາຄັ້ງນີ້ ລວມມີ 14 ພາກສ່ວນ ເຂົ້າຮ່ວມແຂ່ງຂັນ ຈາກ 5 ມະຫາວິທະຍາໄລ, 2 ວິທະຍາຄານ 6 ສະຖາບັນ ແລະ 1 ວິທະຍາໄລ ມີການຊີງໄຊ 11 ປະເພດກິລາຄື: ແລ່ນ-ລານ, ບານເຕະຊາຍ-ຍິງ, ດອກປີກໄກ່, ເທຄວັນໂດ, ປັນຈັກສີລັດ, ບານສົ່ງໃນຮົ່ມ-ຫາດຊາຍ, ບານບ້ວງ, ກະຕໍ້, ຢູໂດ, ອີ-ສະປອດ ແລະ ເປຕັງ; ປະກອບມີ 146 ລາຍການ, ມີການຊີງໄຊເອົາຫຼຽນທັງໝົດ 526 ຫຼຽນ, ໃນນີ້ມີ 146 ຫຼຽນຄຳ, 146 ຫຼຽນເງິນ ແລະ 234 ຫຼຽນທອງ; ມີຄູຝຶກ ແລະ ນັກກິລາ ເຂົ້າຮ່ວມທັງໝົດ 1387 ຄົນ ແລະ ຄະນະຮັບຜິດຊອບ, ຄະນະກໍາມະການ, ອະນຸກໍາມະການ 1.269 ຄົນ.

ຂ່າວ: ລູກນ້ຳເຊ ອິນທະດາລິນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...