Homeຂ່າວພາຍ​ໃນເຫດການໄຟໄໝ້ລາມປ່າຢູ່ບ້ານນາຍາງໃຕ້ ເມືອງນໍ້າບາກ ແຂວງຫຼວງພະບາງ

ເຫດການໄຟໄໝ້ລາມປ່າຢູ່ບ້ານນາຍາງໃຕ້ ເມືອງນໍ້າບາກ ແຂວງຫຼວງພະບາງ

Published on

ເຫດການໄຟໄໝ້ລາມປ່າຢູ່ບ້ານນາຍາງໃຕ້ ເມືອງນໍ້າບາກ ແຂວງຫຼວງພະບາງ ທີ່ເກີດຂື້ນໃນວັນທີ່ 28 ເມສາ ຜ່ານມາ ສາເຫດເນື່ອງຈາກປະຊາຊົນທີ່ຖາງປ່າເພື່ອເຮັດສວນ ຢູ່ໃກ້ກັບຂອບເຂດປ່າສະຫງວນຂອງບ້ານ ດ້ວຍຄວາມຂາດສະຕິ ບໍ່ເຮັດແລວປ້ອງກັນໄຟ ເຮັດໃຫ້ສ້າງຄວາມເສຍຫາຍກັບພື້ນທີ່ປ່າສະຫງວນຂອງບ້ານຫຼາຍກວ່າ 20 ເຮັກຕາ.

ທ່ານ ບຸນທັນ ຈັນທະສັກ ຮອງເຈົ້າເມືອງນ້ຳບາກ ໄດ້ໃຫ້ສຳພາດຕໍ່ນັກຂ່າວວິທະຍຸແຂວງຫຼວງພະບາງ ໃນວັນທີ 1 ພຶດສະພາ 2024 ນີ້ ວ່າ: ພາຍຫຼັງເກີດເຫດໄຟໄໝ້ ປະຊາຊົນທີ່ຖາງປ່ານັ້ນໄດ້ເຂົ້າໄປແຈ້ງຕໍ່ການ ຈັດຕັ້ງບ້ານເພື່ອເຂົ້າຊ່ວຍດັບມອດໄຟທີ່ກຳລັງລຸກໄໝ້, ແຕ່ເບື້ອງຕົ້ນແມ່ນບໍ່ສາມາດດັບມອດໄດ້ ຈາກນັ້ນໄດ້ມີການວາງແຜນການເຂົ້າດັບມອດແຕ່ລະຈຸດຈົນສາມາດດັບມອດໄດ້ຕາມແຜນການ, ປັດຈຸບັນສາມາດດັບມອດໄດ້ແລ້ວ ແລະ ອົງການປົກຄອງເມືອງ ໄດ້ແຈ້ງໃຫ້ແຕ່ລະບ້ານສືບຕໍ່ເຝົ້າລະວັງຢູ່ແຕ່ລະຈຸດຕື່ມເພື່ອບໍ່ໃຫ້ເກີດໄຟລຸກລາມຂື້ນອີກ, ສຳລັບມາດຕະການຕໍ່ຜູ້ກະທຳຜິດ ອົງການປົກຄອງເມືອງ ໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງ ນຳເອົາຜູ້ກ່ຽວເຂົ້າສຶກສາອົບຮົມ ແລະດຳເນີນການປະຕິບັດໂທດຕາມລະບຽບກົດໝາຍ.ດັ່ງນັ້ນ,ຈຶ່ງຮຽກຮ້ອງໃຫ້ປະຊາຊົນພາຍໃນເມືອງນ້ຳບາກ ພ້ອມກັນມີສະຕິໃນການດຳລົງຊີວິດ ໂດຍສະເພາະການຖາງປ່າເພື່ອເຮັດສວນ ເນື່ອງຈາກໄລຍະນີ້ ເປັນໄລຍະທີ່ມີອາກາດຮ້ອນອົບເອົ້າ ອັນຈະເຮັດໃຫ້ເກີດໄຟໄໝ້ລາມປ່າໄດ້ງ່າຍ.

ຂໍ້ມູນ: ຂ່າວສານແຂວງຫຼວງພະບາງ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...