Homeຂ່າວຕ່າງປະເທດເປັນເສດຖີໃນຂ້າມຄືນ! ຄົນລາວອາໃສຢູ່ອາເມລິກາຖືກຫວຍ 1,300 ລ້ານໂດລາ

ເປັນເສດຖີໃນຂ້າມຄືນ! ຄົນລາວອາໃສຢູ່ອາເມລິກາຖືກຫວຍ 1,300 ລ້ານໂດລາ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ເມສາ 2024 ນີ້ກ່ຽວກັບເລື່ອງລາວສຸດໂຊກດີເມື່ອ “Charlie Saephan” ທີ່ເປັນຄົນລາວອົບພະຍົບໄປຢູ່ໃນສະຫະລັດອາເມລິກາຕັ້ງແຕ່ປີ 1990 ໄດ້ຖືກຫວຍລາງວັນແຈັກພອດ (ພາວເວີບອນ) ໃນລັດໂອເຣກອນ ເປັນເງິນຈຳນວນ 1,300 ລ້ານໂດລາ ນັບເປັນເງິນລາງວັນສູງເປັນອັນດັບ 8 ໃນປະຫວັດສາດສະຫະລັດ.

ຊາລີເປັນຜູ້ປ່ວຍຈາກໂຣກມະເຮັງຕັ້ງແຕ່ປີ 2016 ໂດຍລາວບອກວ່າຈະແບ່ງລາງວັນນີ້ໃຫ້ກັບເມຍ ແລະ ໝູ່ລາວອີກຄົນໜຶ່ງ, ສຳລັບຫວຍທີ່ຖືກລາງວັນ ຊາລີ ຊື້ໃນລາຄາໃບລະ 2 ໂດລາ ຫຼື ປະມານ 44 ພັນກີບ, ກົງກັບໝາຍເລັກ 2 ຫຼັກທຸກຈຳນວນທີ່ອອກ ໂດຍໂອກາດທີ່ຈະຖືກລາງວັນແຈັກພອດໃນຄັ້ງນີ້ມີພຽງ 1 ໃນ 292.3 ລ້ານເທົ່ານັ້ນ ເຊົິ່ງໃນເງິນລາງວັນນີ້ຖ້າບໍ່ມີໃຜຖືກໃນແຕ່ລະງວດ ກໍຈະທົບຍອດໄປເລື້ອຍໆຈົນເຮັດໃຫ້ເປັນເງິນສະສົມທີ່ເປັນລາງວັນໃຫຍ່ຂຶ້ນ.

ການຮັບເງິນລາງວັນຫວຍ ເລືອກຮັບໄດ້ 2 ວິທີ ສາມາດເລືອກວິທີໃດວິທີໜຶ່ງເຊິ່ງຫາກຮັບເປັນກ້ອນດຽວຈະໄດ້ຮັບເປັນເງິນສົດ 608.6 ລ້ານໂດລາເທົ່ານັ້ນ ຫຼື ວິທີທີ່ 2 ຄືຮັບເງິນລາງວັນເຕັມຈຳນວນແຕ່ຈະຕ້ອງຮັບເປັນງວດ ໃນປີລະຄັ້ງລວມທັງໝົດ 29 ປີ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...