Homeຂ່າວພາຍ​ໃນປະຊາຊົນເມືອງຫົງສາ ໄດ້ຮັບຜົນກະທົບຈາກພາຍຸ

ປະຊາຊົນເມືອງຫົງສາ ໄດ້ຮັບຜົນກະທົບຈາກພາຍຸ

Published on

ທ້າຍອາທິດຜ່ານມານີ້, ທ່ານ ພອນສະຫວັນ ໄຊສົມພັນ ເຈົ້າເມືອງຫົງສາ ພ້ອມດ້ວຍຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ເຄື່ອນໄຫວກວດກາເບິ່ງເຮືອນທີ່ໄດ້ຮັບຜົນກະທົບຈາກລົມພາຍຸພັດຢູ່ບ້ານຫ້ວຍຈ້ວງ ເມື່ອວັນທີ 15 ເມສາທີ່ຜ່ານມາ.

May be an image of 4 people and text

ໃນນີ້, ອີງຕາມຂໍ້ມູນຜົນເສຍຫາຍໃນເບື້ອງຕົ້ນ ຢູ່ບ້ານຫ້ວຍຈ້ວງ ໄດ້ຮັບຜົນກະທົບທັງໝົດ ຈຳນວນ 99 ຄອບຄົວ, ມີ 452 ຄົນ, ຍິງ 202 ຄົນ, ເຮືອນທີ່ໄດ້ຮັບຜົນກະທົບສ່ວນຫຼາຍແມ່ນຫຼັງຄາ, ນອກນີ້ມີເລົ້າເຂົ້າປະຖົມປະຖານເປ່ເພ ແລະ ກົກໄມ້ລົ້ມທັບງົວຕາຍ ຈໍານວນ 1 ໂຕ.

May be an image of 9 people

ນອກນີ້ຍັງມີ ຍັງມີບ້ານປາກຫ້ວຍຍາງ 1 ຄອບຄົວ, ສັງກະສີເສຍຫາຍ ຈໍານວນ 26 ແຜ່ນ ແລະ ບ້ານນໍ້າສິບ ມີຄອບຄົວທີ່ຖືກຜົນກະທົບທັງໝົດ ຈໍານວນ 3 ຄອບຄົວ, ກະເບື້ອງເສຍຫາຍຈໍານວນ 41 ແຜ່ນ, ແຜ່ນລົບກະເບື້ອງ 6 ຄູ່, ສັງກະສີເສຍຫາຍ ຈໍານວນ 30 ແຜ່ນ.

ທີ່ມາ: ຖວທ ເມືອງຫົງສາ

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...