Homeຂ່າວພາຍ​ໃນຕະຫຼາດລາວ ພ້ອມສະໜອງ ແລະ ຄວບຄຸມ ລາຄາສິນຄ້າ ຢ່າງເຄັ່ງຄັດ ໄລຍະປີໃໝ່ລາວ

ຕະຫຼາດລາວ ພ້ອມສະໜອງ ແລະ ຄວບຄຸມ ລາຄາສິນຄ້າ ຢ່າງເຄັ່ງຄັດ ໄລຍະປີໃໝ່ລາວ

Published on

ໃນໄລຍະສະຫລອງປີໃໝ່ລາວ 2024 ທີ່ຈະມາເຖິງນີ້, ຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ ໄດ້ກຽມຄວາມພ້ອມ ຮອບດ້ານເພື່ອສະໜອງສິນຄ້າ ປະເພດຕ່າງໆ ເປັນຕົ້ນ ຊີ້ນໝູ, ຊີ້ນງົວ-ຄວາຍ, ພືດຜັກຕ່າງໆ ແລະ ສິນຄ້າອື່ນໆ ໃຫ້ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງຜູ້ບໍລິໂພກ ຢູ່ນະຄອນຫລວງວຽງຈັນ, ພ້ອມທັງວາງມາດຕະການຢ່າງເຂັ້ມງວດ ເພື່ອຄວບຄຸມລາຄາສິນຄ້າ ຢູ່ພາຍໃນຕະຫລາດ ເພື່ອບໍ່ໃຫ້ພໍ່ຄ້າ-ຊາວຂາຍ ສວຍໂອກາດ ຂຶ້ນລາຄາສິນຄ້າ ຕາມລໍາພັງໃຈ ແລະ ອື່ນໆ.

ທ່ານ ສົມຫວັງ ໄຊສົມພູ ຫົວໜ້າຈັດສັນ ຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ ໃຫ້ສຳພາດໃນວັນທີ 9 ເມສາ 2024 ນີ້ວ່າ: ໃນໄລຍະສະເຫລີມສະຫລອງປີໃໝ່ລາວ 2024 ທີ່ຈະມາເຖິງນີ້, ຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ ກຽມຄວາມພ້ອມຮອບດ້ານ ເພື່ອສະໜອງສິນຄ້າປະເພດຕ່າງໆ ໃຫ້ພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກ,ພ້ອມທັງວາງມາດຕະການຢ່າງເຄັ່ງຄັດ ເພື່ອຄວບຄຸມລາຄາສິນຄ້າ ໂດຍຈະຈັດຕັ້ງທີມງານລົງໄປກວດກາລາຄາສິນຄ້າ, ກວດກາຕາຊັ່ງ ແລະ ວາງຊິງກາງ ທັງໝົດ 6 ຈຸດ, ພ້ອມທັງໃຫ້ແມ່ຄ້າ ຕິດປ້າຍລາຄາ ສິນຄ້າຕ່າງໆຢ່າງຊັດເຈນ ເພື່ອບໍ່ໃຫ້ແມ່ຄ້າ ເອົາລັດເອົາປຽບຜູ້ບໍລິໂພກ, ທັງເປັນຢັ້ງຢືນໃຫ້ຜູ້ບໍລິໂພກ ມີຄວາມໝັ້ນໃຈທີ່ຈະຊື້ສິນຄ້າປະເພດຕ່າງໆ ດ້ວຍຄວາມສະບາຍໃຈ.

ແຕ່ຢ່າງໃດກໍຕາມ ພໍ່ຄ້າ-ຊາວຂາຍ ທີ່ລະເມີດຕໍ່ລະບຽບການ ຂອງຕະຫຼາດວາງອອກ ເປັນຕົ້ນ ສວຍໂອກາດຂຶ້ນລາຄາສິນຄ້າ, ປັບຕາຊັ່ງຊິງ ແລະ ອື່ນໆ ຈະຖືກດຳເນີນຄະດີຕາມລະບຽບ ທີ່ວາງໄວ ຢ່າງເຄັ່ງຄັດ ຄື: ຖ້າກະທຳຜິດເທື່ອທຳອິດ ຈະອອກໃບແຈ້ງເຕືອນເຖິງຮ້ານ, ເທື່ອທີ່ສອງ ຈະເຮັດໃຫ້ບົດບັນທຶກ ແລະ ກະທຳຜິດ ເທື່ອທີສາມ ຈະໃຫ້ຢຸດເຊົາກິດຈະການຊົ່ວຄາວ ແລະ ປັບໃໝ ຕາມລະບຽບການ.

ສຳລັບ ສິນຄ້າທີ່ນຳມາວາງຂາຍ ຢູ່ຕະຫລາດລາວ ຂາຍຍົກ-ຂາຍຍ່ອຍ ແມ່ນໄດ້ມາຈາກຫລາຍແຫ່ງ ເປັນຕົ້ນ ພືດຜັກຕ່າງໆ ໄດ້ຈາກສະຫະກອນບ້ານທ່າຊ້າງ, ບ້ານທົ່ງມັ່ງ, ຈາກກາສີ ແລະ ແຂວງຊຽງຂວາງ ຈຳນວນໜຶ່ງ ເຊິ່ງນຳເຂົ້າມາຂາຍໃນຕະຫລາດ 6-7 ພັນກິໂລຕໍ່ມື້. ສ່ວນຊີ້ນໝູພັນ ພໍ່ຄ້າຊາວຂາຍ ນຳມາວາງຂາຍ 2 ພັນກວ່າກິໂລຕໍ່ມື້, ໝູລາດ 15 ໂຕຕໍ່ມື້, ຊີ້ນງົວ-ຄວາຍ 600 ກິໂລ, ເປັດ-ໄກ່ 55 ໂຕຕໍ່ມື້, ປາ 2 ພັນກວ່າກິໂລ, ອາຫານທະເລ 600 ກວ່າກິໂລ ແລະ ໝາກໄມ້ 400 ກວ່າກິໂລຕໍ່ມື້. ໃນນັ້ນ, ລາຄາ ຊີ້ນໜູພັນ 78 ພັນກີບຕໍ່ກິໂລ, ໜູລາດ 80 ພັນກີບຕໍ່ກິໂລ, ຊີ້ນງົວ-ຄວາຍ 130.000 ກີບຕໍ່ກິໂລ, ເປັດ-ໄກລາດ 120.000 ກີບຕໍ່ກິໂລ ແລະ ປານິນ 45 ພັນກີບຕໍ່ກິໂລ.

ແຫຼ່ງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...