spot_img

Published on

ພິທີມອບ-ຮັບພາຫະນະຈຳນວນ 79 ຄັນ ຊຶ່ງເປັນການຊ່ວຍເຫຼຶອຈາກລັດຖະບານ ສປ ຈີນ ໃຫ້ກະຊວງປ້ອງກັນປະເທດ ເພື່ອຮັບໃຊ້ເຂົ້າໃນການເປັນປະທານອາຊຽນ 2024, ໂດຍມີສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງປ້ອງກັນປະເທດ ແລະ ສະຫາຍ ພັນເອກພິເສດ ຫຼີປີງ ທີ່ປືກສາທູດຝ່າຍປ້ອງກັນຊາດ ສປ ຈີນປະຈຳ ສປປ ລາວ ເຂົ້າຮ່ວມ.

อาจเป็นรูปภาพของ รถตู้ และ ข้อความ

ສຳລັບພາຫະນະທີ່ນຳມາມອບໃນຄັ້ງນີ້ປະກອບມີລົດຕູ້ 25 ບ່ອນນັ່ງ, ລົດຈິບ, ລົດເກງ, ລົດແພດ ແລະ ລົດສະຫຼາມໂດຍການກ່າວມອບຂອງສະຫາຍ ພັນເອກ ພິເສດ ຫຼີປິງ ທີ່ປຶກສາທູດຝ່າຍປ້ອງກັນຊາດ ສປ ຈີນ ປະຈຳ ສປປ ລາວ ແລະ ຕາງໜ້າກ່າວຮັບຂອງ ສະຫາຍ ພົນໂທ ວົງຄຳ ພົມມະກອນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ.

อาจเป็นรูปภาพของ 8 คน และ รถพยาบาล

ພ້ອມດຽວກັນນີ້, ສະຫາຍຍັງໄດ້ຕາງໜ້າໃຫ້ຄະນະນຳກະຊວງປ້ອງກັນປະເທດກໍຄືນັກຮົບທົ່ວກອງ ທັບປະຊາຊົນລາວກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງໄປຍັງລັດຖະບານຈີນທີ່ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແລະ ໃຫ້ຄໍາໝັ້ນສັນຍາວ່າ: ຈະນໍາໃຊ້ພາຫະນະດັ່ງກ່າວໃຫ້ເກີດຜົນປະໂຫຍດສູງ ສຸດ ໃນການນຳໃຊ້ເຂົ້າໃນການເປັນປະທານອາຊຽນ ຂອງ ສປປ ລາວ.

ຂ່າວ-ພາບ: ກອງທັບ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...