Homeນານາສາລະ7 ປັດໄຈ ''ຂາເປັນຕະຄິວ''

7 ປັດໄຈ ”ຂາເປັນຕະຄິວ”

Published on

ອາການ ”ຂາເປັນຕະຄິວ” ເຊື່ອວ່າຫຼາຍຄົນເຄີຍພົບແມ່ນບໍ? ເຊິ່ງສາເຫດທີ່ພາໃຫ້ເປັນອາການດັ່ງກ່າວກໍມາຈາກຫຼາຍປັດໄຈ, ສາມາດອ່ານໄດ້ຕາມລຸ່ມນີ້ເລີຍ.

1. ການດື່ມນຳ້ໜ້ອຍເກິນໄປເຮັດໃຫ້ເຊວກ້າມຊີ້ນຂາດນໍ້າ.

2. ພາວະເກືອແຮ່ໃນຮ່າງກາຍບໍ່ສົມດູນ, ໂດຍສະເພາະແມ່ນທາດໂຊດ່ຽມ ແລະ ໂພເທສຊ່ຽມ

3. ຜູ້ທີ່ມີພາວະແຄວຊ່ຽມໃນເລືອດຕໍ່າ

4. ກ້າມຊີ້ນອ່ອນແຮງຈາກການເຮັດວຽກໜັກ ພາໃຫ້ເກີດຕະຄິວໄດ້.

5. ກ້າມຊີ້ນຂາດເລືອດໄປຫຼໍ່ລ້ຽງ, ໃນເວລາກ່ອນທີ່ຈະອອກກຳລັງກາຍຄວນວອມຮ່າງກາຍກ່ອນ ເພື່ອເຮັດໃຫ້ເລືອດໄປຫຼໍ່ລ້ຽງກ້າມຊີ້ນໄດ້ພຽງພໍ.

6. ການນອນ, ນັ່ງ ຫຼື ຢືນໃນທ່ວງທ່າທີ່ບໍ່ຖືກຕ້ອງເໝາະສົມ ເຮັດໃຫ້ເລືອດໄຫຼວຽນບໍ່ສະດວກ

7. ຜູ້ທີ່ມີພາວະຫຼອດເລືອດແດງແຂງ ຫຼື ຫຼອດເລືອດຕີບຕັນເຊັ່ນ: ຜູ້ສູງອາຍຸອາດເປັນຕະຄິວໃນເວລາທີ່ຍ່າງດົນ.

ຂໍ້ມູນ: paolohospital

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...