Homeນານາສາລະ6 ອາການສ່ຽງເປັນ ພະຍາດເຂົ່າເສື່ອມ

6 ອາການສ່ຽງເປັນ ພະຍາດເຂົ່າເສື່ອມ

Published on

ຮູ້ຫຼືບໍ? ອາການແບບໃດທີ່ສຸ່ມສ່ຽງຕໍ່ການເປັນພະຍາດເຂົ່າເສື່ອມ, ມື້ນີ້ລາວໂພສຈະນຳ 6 ສັນຍານເຕືອນມາບອກວ່າທ່ານມີຄວາມສ່ຽງທີ່ຈະເປັນພະຍາດເຂົ່າເສື່ອມຫຼືບໍ?

1. ອາການເຄັ່ງ ຫຼື ຕຶງ, ປວດເມື່ອຍບໍລິເວນເຂົ່າ ແລະ ມີອາການເຂົ່າບວມ.

2. ຮູ້ສຶກຂໍ້ເຂົ່າຝືດເວລາເຄື່ອນໄຫວ ແລະ ບາງຄັ້ງກໍມີອາການເຈັບ

3. ຮູ້ສຶກຫົວເຂົ່າຫຼົມ ແລະ ບໍ່ໝັ້ນຄົງ

4. ມີສຽງສຽດສີພາຍໃນບໍລິເວນຂໍ້ເຂົ່າ

5. ງໍເຂົ່າ ຫຼື ຢຽດເຂົ່າບໍ່ໄດ້ແບບປົກກະຕິຄືເກົ່າ

6. ຫົວເຂົ່າຜິດຮູບ ຫຼື ກົ່ງອອກນອກ.

ສຳລັບອາການເຂົ່າເສື່ອມສາມາດປິ່ນປົວໄດ້ 2 ວິທີທີ່ແຕກຕ່າງກັນ, ເຊິ່ງການປິ່ນປົວກໍຈະແຕກຕ່າງກັນໄປຕາມຄວາມຮຸນແຮງຂອງອາການເຈັບເຂົ່າເຊັ່ນ:

1. ການປິ່ນປົວແບບບໍ່ຜ່າຕັດ: ຫຼີກລ່ຽງການຢືນ, ຍ່າງເປັນເວລາດົນ, ການນັ່ງງໍເຊົ່າ, ພັບພຽງ, ນັ່ງຢອງຢໍ, ນັ່ງຄຸກເຂົ່າ….ແລະ ຮັກສາດ້ວຍການກາຍະພາບບຳບັດຢ່າງສະໝໍ່າສະເໝີ.

2. ການປິ່ນປົວແບບຜ່າຕັດ: ການປິ່ນປົວວິທີນີ້ແມ່ນຈະຖືກນຳມາໃຊ້ກັບຜູ້ປ່ວຍທີ່ບໍ່ສາມາດຮັກສາດ້ວຍວິທີອື່ນ ຫຼື ມີອາການເຈັບແບບຮຸນແຮງ

ຂໍ້ມູນ: paolohospital

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...