spot_img
Homeຂ່າວຕ່າງປະເທດກິນສົບເດັກນ້ອຍຈາກການແທ້ງ ເພາະເຊື່ອວ່າຈະມີລູກສົມດັ່ງຫວັງ

ກິນສົບເດັກນ້ອຍຈາກການແທ້ງ ເພາະເຊື່ອວ່າຈະມີລູກສົມດັ່ງຫວັງ

Published on

ເວັບໄຊ້ຂ່າວຕ່າງປະເທດລາຍງານໃນວັນທີ 6 ກຸມພາ 2023 ກ່ຽວກັບເຫດການສະເທືອນຂັວນເມື່ອຍິງຊາວຈີນຄົນໜຶ່ງສາລະພາບວ່າຕົນກິນສົບເດັກນ້ອຍທີ່ເຮັດແທ້ງໃນທ້ອງ 2 ເດືອນ ແລະ ນຳໄປປັ່ນໃສ່ຫໍກ້ຽວກິນ ເພາະເຊື່ອວ່າຈະມີລູກສົມດັ່ງປາຖະໜາ ໂດຍອ້າງວ່່າຄວາມເຊື່ອງນີ້ມາຈາກເທບພະເຈົ້າ ເຊິ່ງສ້າງຄວາມສະເທືອນຂວັນ ແລະ ເປັນຕາຢ້ານໃນສື່ສັງຄົມອອນລາຍ.

ຕາມການລາຍງານຂອງສື່ທ້ອງຖິ່ນລະບຸວ່າ: ທ່ານໝໍເຖິງກັບຕົກໃຈກັບຄຳສາລະພາບຂອງຄົນໄຂ້ລາຍນີ້ ໂດຍນາງໄດ້ໃຊ້ເຄື່ອງປັ່ນເພື່ອບົດສົບຂອງເດັກນ້ອຍແລກເກີດ ແລະ ນຳໄປຫໍ່ໃສ່ກ້ຽວ ແລ້ວກິນມື້ລະ 3 ອັນທຸກຄືນເປັນເວລາ 7 ມື້ຕິດຕໍ່ກັນ ເພາະເຊື່ອວ່າຈະເຮັດໃຫ້ມີລູກດັ່ງສົມປາຖະໜາ ໂດຍນາງໄດ້ເຮັດແບບນີ້ມາແລ້ວ 3 ສົບ ເນື່ອງຈາກນາງຮູ້ສຶກບໍ່ສະບາຍ ໂຕຮ້ອນ ເຊິ່ງເບື້ອງຕົ້ນຄາດວ່າໜ້າຈະຕິດເຊື້ອຈາກການກິນເດັກນ້ອຍ.

ຢ່າງໃດກໍຕາມທ່ານໝໍ ເຖິງກັບສະແດງຄວາມຕົກໃຈ ແລະ ເປີດເຜີຍວ່າ: ເຄີຍພົບຄົນໄຂ້ທີ່ມີອາການແປກໆຫຼາຍລາຍແລ້ວ ແຕ່ນີ້ເປັນຄັ້ງທຳອິດທີ່ໄດ້ພົບກັບຄວາມເຊື່ອສະເທືອນຂວັນແບບນີ້.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...