Homeຂ່າວຕ່າງປະເທດປະເທດທີ່ມີສໍ້ລາດບັງຫຼວງໜ້ອຍທີ່ສຸດ

ປະເທດທີ່ມີສໍ້ລາດບັງຫຼວງໜ້ອຍທີ່ສຸດ

Published on

ສຳນັກຂ່າວຕ່າງປະເທດ ລາຍງານເມື່ອວັນທີ 30 ມັງກອນທີ່ຜ່ານມາວ່າ: ອົງກອນເພື່ອຄວາມໂປ່ງໃສລະຫວ່າງປະເທດ (TI) ເຜີຍແຜ່ດັດສະນີຕົວເລກການສໍ້ລາດບັງຫຼວງ (CPI) ປະຈຳປີ 2023, ໂດຍໄດ້ມີການປະເມີນພາບລັກການສໍ້ລາດບັງຫຼວງໃນ 180 ປະເທດທົ່ວໂລກ, ເຊິ່ງຈະມີການໃຫ້ຄະແນນເລິ່ມແຕ່ 0 ໝາຍເຖິງມີການສໍ້ລາດບັງຫຼວງຫຼາຍ ໄປຈົນຮອດ 100 ໝາຍເຖິງມີການສໍ້ລາດບັງຫຼວງໜ້ອຍ, ຈາກການສະຫຼຸບຜົນການໃຫ້ຄະແນນເຫັນວ່າມີ 10 ປະເທດທີ່ມີການສໍ້ລາດບັງຫຼວງໜ້ອຍທີ່ສຸດ, ເຊິ່ງຈະມີປະເທດໃດແດ່ນັ້ນມາເບິ່ງກັນເລີຍ.

1. ປະເທດເດນມາກ 90 ຄະແນນ

2. ປະເທດຟິນແລນ 87 ຄະແນນ

3. ປະເທດນິວຊີແລນ 85 ຄະແນນ

4. ປະເທດນໍເວ 84 ຄະແນນ

5. ປະເທດສິງກະໂປ 83 ຄະແນນ

6. ປະເທດສະວີເດັນ 82 ຄະແນນ

6. ປະເທດສະວິດເຊີແລນ 82 ຄະແນນ

8. ປະເທດເນເທີແລນ 79 ຄະແນນ

9. ປະເທດເຢຍລະມັນ 78 ຄະແນນ

9. ປະເທດລຸກຊໍາບວກ 78 ຄະແນນ

ທີ່ມາຈາກ: transparency

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...