Homeຂ່າວພາຍ​ໃນພິທີມອບ-ຮັບ ໂຮງຮຽນມັດທະຍົມສົມບູນບ້ານຕິ້ວ

ພິທີມອບ-ຮັບ ໂຮງຮຽນມັດທະຍົມສົມບູນບ້ານຕິ້ວ

Published on

ເມື່ອວັນທີ 21 ມັງກອນທີ່ຜ່ານມາໄດ້ມີພິທີມອບ-ຮັບ ໂຮງຮຽນມັດທະຍົມສົມບູນ (ມສ) ບ້ານຕິ້ວ, ເມືອງລະມາມ, ແຂວງເຊກອງ, ເຊິ່ງໄດ້ຮັບການກໍ່ສ້າງໂດຍທຶນຊ່ວຍເຫຼືອລ້າຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ, ເຊິ່ງມີທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ, ທ່ານ ກິກຸຈິ ໄທຈຸ (Mr. Kikuchi Taiju) ຕາງໜ້າສະຖານເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ ວົງເດືອນ ຈັນທະບຸດຊຽງ ເຈົ້າເມືອງ ເມືອງລະມາມ, ທ່ານ ຄໍາໄພ ສິມມາວັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງພ້ອມຄະນະເຂົ້າຮ່ວມ.ທ່ານນາງ ພອນໄພ ສີວິໄລ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງລະມາມໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງອາຄານຮຽນມັດທະຍົມສົມບູນບ້ານຕົ້ວ, ເມືອງລະມາມ, ແຂວງເຊກອງ ໄດ້ເລີ່ມລົງມືກໍ່ສ້າງໃນເດືອນພະຈິກ 2022 ໂດຍແມ່ນບໍລິສັດ ເອັດແອັດວານ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ມາຮອດເດືອນພຶດສະພາ 2023 ແມ່ນສໍາເລັດຕາມແຜນການ, ເຊິ່ງເປັນອາຄານຊັ້ນດຽວ ຂະໜາດ 9 x 28 ແມັດ ປະກອບມີ 3 ຫ້ອງຮຽນ 1 ຫ້ອງການ ແລະ ເຄື່ອງເຟີນີເຈີ້ຄົບຊຸດ. ພ້ອມນີ້, ຍັງມີຫ້ອງນໍ້າ 1 ຫຼັງ 2 ຫ້ອງ ລວມມູນຄ່າທັງໝົດ 66.892 ໂດລາສະຫະລັດ ຫລື ປະມານ 1,3 ຕື້ກີບ. ທ່ານ ກິກຸຈິ ໄທຈຸ ໄດ້ກ່າວວ່າ: ການຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນໃນຄັ້ງນີ້ມີເປົ້າໝາຍທີ່ຈະຂະຫຍາຍອາຄານ, ສະໜອງວັດຖຸອຸປະກອນການຮຽນ-ການສອນ; ເຊິ່ງໃນເມື່ອກ່ອນໂຮງຮຽນດັ່ງກ່າວມີອາຄານຮຽນ 2 ຫຼັງ ແລະ ວັດຖຸອຸປະກອນຕ່າງໆມີຄວາມເກົ່າແກ່ຊຸດໂຊມເຮັດໃຫ້ການຮຽນ-ການສອນພົບຄວາມຫຍຸ້ງຫຼາຍດ້ານ. ສະນັ້ນ, ຂ້າພະເຈົ້າເຊື່ອວ່າ: ການຊ່ວຍເຫຼືອຄັ້ງນີ້, ຈະເປັນການປະກອບສ່ວນສໍາຄັນເຂົ້າໃນປັບປຸງສະພາບແວດລ້ອມການສຶກສາໂດຍແມ່ນການຮຽນ-ການສອນຢູ່ໂຮງຮຽນແຫ່ງນີ້ໃຫ້ດີຂຶ້ນ.

ໃນໂອກາດນີ້,ທ່ານ ເຫຼັກໄຫຼ ສີວິໄລ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໂດຍສະເພາະແມ່ນທ່ານເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ທີ່ໃຫ້ການຊ່ວຍເຫຼືອ, ສະໜັບສະໜູນທຶນຮອນເຂົ້າໃນການກໍ່ສ້າງໂຮງຮຽນດັ່ງກ່າວ ແລະ ບັນດາໂຄງການອື່ນໆ ເຊິ່ງເປັນການປະກອບສ່ວນສໍາຄັນຕໍ່ການພັດທະນາຂະແໜງການສຶກສາກໍຄື: ການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນາເສດຖະກິດ-ສັງຄົມຂອງແຂວງເຊກອງໃຫ້ດີຂຶ້ນ.

ຂ່າວ-ພາບ: ສັນຍາ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...