spot_img
Homeຂ່າວຕ່າງປະເທດເສຍຊີວິດ 13 ຄົນ ໄຟໃໝ້ຫໍພັກທີ່ປະເທດຈີນ

ເສຍຊີວິດ 13 ຄົນ ໄຟໃໝ້ຫໍພັກທີ່ປະເທດຈີນ

Published on

ເມື່ອວັນທີ 20 ມັງກອນທີ່ຜ່ານມາ ສຳນັກຂ່າວຕ່າງປະເທດລາຍງານວ່າ: ເກີດເຫດໄຟໃໝ້ທີ່ຫໍພັກໂຮງຮຽນປະຖົມແຫ່ງໜຶ່ງໃນໝູ່ບ້ານຢານຊ່ານຜູ, ມົນທົນເຫີ່ນານ, ປະເທດຈີນ ໃນຄໍ່າຄືນວັນທີ 19 ມັງກອນທີ່ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດ 13 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບຕ້ອງຖືກນຳຕົວສົ່ງໂຮງໝໍໂດຍດ່ວນ.

ຕາມການລາຍງານໄດ້ຮູ້ຕື່ມອີກວ່າ: ໂຮງຮຽນດັ່ງກ່າວເປັນໂຮງຮຽນເອກະຊົນທີ່ຮັບລ້ຽງເດັກ ແລະ ນັກຮຽນຊັ້ນປະຖົມ, ເຊິ່ງຫຼັງຈາກເກີດເຫດຂຶ້ນຜູ້ອຳນວຍການໂຮງຮຽນດັ່ງກ່າວໄດ້ຖືກເຈົ້າໜ້າທີ່ຕຳຫຼວດຄຸມຕົວໄປສືບສວນສອບສວນ. ນອກນີ້, ສຳນັກຂ່າວທາງການຂອງປະເທດຈີນຍັງບໍ່ທັນໄດ້ມີການລາຍງານເຖິງສາເຫດທີ່ເຮັດໃຫ້ເຫດການອັນໜ້າເສົ້າໃຈນີ້ເກີດຂຶ້ນເທື່ອ, ເພາະຍັງຢູ່ໃນຂະບວນການສືບສວນສອບສວນຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...