Homeຄວາມງາມສາວຈີນອາຍຸ 28 ປີ ແຕ່ໜ້າຄືປ້າ 60 ປີ

ສາວຈີນອາຍຸ 28 ປີ ແຕ່ໜ້າຄືປ້າ 60 ປີ

Published on

Zhengzhou-girl-3

ຫູ ຈວນ ໄດ້ຮັບ​ການ​ພິຈາລະນາ​ວ່າ​ ເປັນ​ພະຍາດ​ ຫລື​ ຄວາມ​ຜິດ​ປົກກະຕິ​ທີ່​ເອີ້ນ​ວ່າ  “Cutis laxa” ຄື ຜິວ​ໜັງ​ຈະ​ມີ​ຄວາມ​ຫ່ຽວຍານ ຮ່ອງຮອຍ ​ແລະ ​ຄວາມ​ຍືດ​ຫຍຸ່ນ​ກໍ​ຫລຸດລົງ​ຢ່າງ​ວ່ອງໄວ​  ໂດຍ​ອາການ​ນີ້ ມີ​ພຽງ 10 ຄົນ​ໃນ​ໂລກ​ເທົ່າ​ນັ້ນ​ທີ່​ຈະ​ເກີດ​ໄດ້ ແລະ ​ກໍ​ພົບ​ແລ້ວ​ໜຶ່ງ​ຄົນ​ໃນ​ປະເທດ​ຈີນ​ນີ້​ເອງ ຕາມ​ແຫລ່ງ​ຂ່າວ​ ຊິງ​ຫົວ​ ບອກວ່າ ບໍ່​ມີ​ຫຍັງ​ທີ່​ສາມາດ​ແກ້​ຄວາມ​ຜິດ​ປົກກະຕິ​ໃຫ້​ຫາຍ​ຂາດ​ໄດ້ ນອກ​ຈາກ​ການ​ສັນຍະ​ກຳ​ ພາສະ​ຕິກ​ເທົ່າ​ນັ້ນ

11 ປີ​ທີ່​ຜ່ານມາ ຜົວ​ ຫູ​ຈວນ ​ຢູ່​ຄຽງ​ຂ້າງ​ນາງ​ສະເໝີ​ມາ ເນື່ອງ​ດ້ວຍ​ເຂົ້າໃຈ​ທີ່​ນາງ​ຕ້ອງ​ທົນ​ເຫັນ​ສະພາບ​ຕົນເອງ​ປ່ຽນ​ໄປ​ພຽງ​ບໍ່​ຈັກປີ ນາງ​ຫລີກ​ລ້ຽງ​ການ​ພົບ​ຜູ້​ຄົນ ແລະ ແຍງແວ່ນ ແຖມ​ຍັງ​ສ້າງ​ເລື່ອງ​ໜ້າ​ເສົ້າ​ອີກ​ຄື ລູກ​ຊາຍ​ຂອງ​ນາງ​ກໍ​ຫ່າງ​ນາງ​ໄປ ແລະ ​ບໍ່​ກ້າ​ບອກ​ໝູ່ໆ​ວ່າ ນາງ​ຄື​ແມ່​ຂອງ​ລາວ ​ນາງ​ຕ້ອງ​ທົນ​ກັບ​ຄວາມ​ໂສກ​ເສົ້າ​ເສຍ​ໃຈ ແຖມ​ຍັງ​ເຄີຍ​ຄິດ​ຂ້າ​ໂຕ​ເອງ​ຕາຍ​ນໍາອີກ​

ເຊິ່ງ​ເປັນ​ທີ່​ໜ້າ​ຍິນ​ດີ​ເພາະ ທີມ​ຜູ້​ຊ່ຽວຊານ​ຈາກ​ຄີ​ນິກ​ ສັນຍະ​ກຳ​ພາສ​ຕິກ​ໃນ  ​ຊຽງ​ໄຮ້ ​ໄດ້​ຍື່ນ​ມື​ເຂົ້າ​ຊ່ວຍເຫລືອ​ ຫູ​ຈວນ ​ແລ້ວ  ໂດຍ​ນາງ​ບອກວ່າ ມັນ​ເຮັດໃຫ້​ນາງ​ມີ​ຄວາມ​ຫວັງ​​ວ່າ ​ຈະ​ເຮັດໃຫ້​ນາງ​ກັບ​ມາ​ສາວ​ໄດ້​ຄືເກົ່າ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...