Homeສຸຂະພາບ ແລະ ສີ່ງແວດລ້ອມSmartphone face ພະຍາດຂອງຄົນຕິດມືຖື ເບິ່ງເຖົ້າກ່ອນໄວບໍ່ຮູ້ໂຕ

Smartphone face ພະຍາດຂອງຄົນຕິດມືຖື ເບິ່ງເຖົ້າກ່ອນໄວບໍ່ຮູ້ໂຕ

Published on

facebook-line

ມາ​ທໍາຄວາມ​ຮູ້​ຈັກ​ກັບ​ພະຍາດ Smart Phone face ພະຍາດ​ອັນຕະລາຍ​ຂອງ​ຄົນ​ຕິ​ດ​ສະມາ​ດ​ໂຟນ ຖ້າ​ບໍ່​ຢາກ​ຜິວ​ພັນ​ແກ່​ກ່ອນ​ໄວ

ດຽວນີ້ປະຕິເສດ​ບໍ່​ໄດ້​ວ່າ ປັດ​ໄຈ​ທີ່ 5 ຂອງ​ມະນຸດ​ຕອນ​ນີ້​ກໍ​ຄົງ​ໜີ​ບໍ່​ພົ້ນ​ບັນດາ​ສະ​ມາດ​ໂຟນ​ແມ່ນບໍ່ ເພາະ​ບໍ່​ວ່າ​ຈະ​ຫັນ​ໄປ​ທາງ​ໃດ​ກໍ​ມັກ​ຈະ​ເຫັນ​ຄົນ​ກົ້ມ​ໜ້າ​ກົ້ມ​ຕາ​ຫລິ້ນ​ໂທລະ​ສັບ​ບໍ່​ສົນ​ໃຈ​ຄົນ​ຮອບ​ຂ້າງ ເຊິ່ງ​ແນ່ນອນ​ວ່າ​ ການ​ໃຊ້​ສະມາດ​ໂຟນ​ຫລາຍ​ເກີນ​ໄປ ​ບໍ່​ໄດ້​ພຽງ​ແຕ່​ສົງ​ຜົນ​ເສຍ​ຕໍ່​ມະນຸດ​ສຳພັນ​ເທົ່າ​ນັ້ນ ແຕ່​ຍັງ​ສົ່ງ​ຜົນ​ກະທົບ​ຕໍ່​ສຸຂະພາບນໍາ​ອີກ​ ເຊິ່ງ​ພະຍາດ​ໜຶ່ງ​ທີ່​ເຮົາ​ໜ້າ​ຈະ​ເລີ່ມ​ຮູ້​ຈັກ​ກັນ​ແລ້ວ​ກໍ​ຄື​ພະຍາດ Text neck ທີ່​ເຮັດໃຫ້​ປວດ​ຄໍ​ປວດ​ໄຫລ່​ກັນ​ຊຳເຮື້ອ ແຕ່​ກໍ​ບໍ່​ໄດ້​ມີ​ພຽງ​ແຕ່ພະຍາດ​ນີ້​ເທົ່າ​ນັ້ນ ເພາະ​ຍັງມີ​ອີກ​ພະຍາດ​ໜຶ່ງ​ທີ່​ອັນຕະລາຍ​ບໍ່​ແພ້​ກັນ ນັ້ນ​ກໍ​ຄື​ພະຍາດ Smartphone face ທີ່​ສົ່ງ​ຜົນ​ເສຍ​ຕໍ່​ຜິວ​ໜັງ​ບໍລິເວນໜ້າ​ຈົນ​ອາດຈະ​ເຮັດໃຫ້​ເບິ່ງ​ເຖົ້າກ່ອນ​ໄວ​ ແຕ່​ວ່າ​ ​ພະຍາດ​ນີ້​ຈະ​ເປັນ​ແບບໃດ ແລະ​ ໃຜ​ແນ່ທີ່​ມີ​ຄວາມ​ສຽງ ມື້​ນີ້​​ຈະ​ພາ​ໄປ​ເບິ່ງ​ ຖ້າ​ບໍ່​ຢາກ​ໜ້າ​ແຫ່ວ​​ກ່ອນ​ອາຍຸ ຫ້າມ​ພາດ​
ພະຍາດ Smartphone face ເປັນ​ພະຍາດ​ທີ່​ເກີດ​ຈາກ​ການ​ກົ້ມ​ໜ້າ​ຫລິ້ນ​ສະ​ມາດ​ໂຟນ​ຕິດ​ຕໍ່​ກັນ​ເປັນ​ເວລາ​ດົນ ຈົນ​ເຮັດໃຫ້​ໜ້າ​ບໍລິເວນ​ໂໜກ​ແກ້ມ ​ແລະ​ ກ້າມ​ຊີ້ນບໍລິເວນ​ແກ້ມ​ສູນ​ເສຍ​ຄວາມ​ຍືດ​ ເຮັດໃຫ້​ກ້າມ​ຊີ້ນ​ຍ່ອຍຍານ​ລົງ ເຊິ່ງ​ເຖິງແມ່ນວ່າ​ຈະ​ບໍ່​ສົ່ງ​ຜົນ​ຮ້າຍ​ຕໍ່​ສຸຂະພາບ ແຕ່​​ພະຍາດ​ນີ້​ກໍ​ຈະ​ເຮັດໃຫ້​ຄົນ​ໝົດ​ຄວາມຫມັ້ນ​ໃຈ ​ແລະ ​ວິ​ຕົກ​ກັງ​ວົນ​ຫລາຍ​ຂຶ້ນ​ຈົນ​ເຮັດໃຫ້​ຕ້ອງ​ໄປ​ເພິ່ງ​ພາ​ການ​ສັນຍະ​ກຳ​ຄວາມ​ງາມ​ນັ້ນ​ເອງ

ອາການ​ຂອງ​ພະຍາດ Smartphone face

ພະຍາດ Smartphone face ເຖິງວ່າ​ຈະ​ບໍ່​​ທໍາ​ຮ້າຍ​ສຸຂະພາບ​ໂດຍ​ລວມ ແຕ່​ການ​ທີ່​ກົ້ມ​ລົງ​ເບິ່ງ​ໜ້າ​ຈໍ ຫລື​ ຈ້ອງສະ​ມາດໂຟນແທັບ​ເລັດ​ເປັນ​ເວລາ​ດົນ​ເກີນ​ໄປ ຈະ​ເຮັດໃຫ້​ກ້າມ​ຊີ້ນ​ຄໍ​ເກີດ​ອາການ​ຈັງ ​ແລະ ​ໄປ​ເພີ່ມ​ແຮງ​ກົດ​ບໍລິເວນ​ແກ້ມ ເມື່ອ​ແກ້ມ​ຖືກ​ແຮງ​ກົດ​ຕິດ​ຕໍ່​ກັນ​ດົນ​ໆເຂົ້າ ກໍ​ຈະ​ເຮັດໃຫ້​ເສັ້ນ​ໃຍ​ອິ​ລາດ​ຕິກ​ເທິງ​ໜ້າ​ ສູນ​ເສຍ​ຄວາມ​ຍືດ ຈົນ​ເຮັດໃຫ້​ກ້າມ​ຊີ້ນ​ແກ້ມ​ບໍລິເວນ​ກາມ​ຍ້ອຍ​ລົງ​ມາ ແຖມ​ກ້າມ​ຊີ້ນ​ບໍລິເວນ​ມຸມ​ປາກ​ກໍ​ຈະ​ຕົກ​ໄປ​ທາງ​ຄາງ​ນໍາ ຈົນ​ໜ້າ​ອາດ​ເບິ່ງ​ຜິດ​ແປກ​ໄປ​ຈາກເກົ່າ

ຢ່າງໃດ​ກໍ​ຕາມ​ໃນ​ເວລາ​ປົກກະຕິ​ເຮົາ​ຈະ​ເຫັນ​ຄວາມ​ຜິດ​ປົກກະຕິ​ຂອງ​​ໜ້າ​ບໍ່​ຄ່ອຍ​ຊັດເຈນ​ເທົ່າໃດ​ ແຕ່​ຖ້າ​ຫາກ​ຖ່າຍ​ຮູບ​ ເຊວ​ຟີ ຫລື ​ໃຊ້​ວິ​ດີ​ໂອ​ ຮັບຮອງ​ວ່າ​ ເຫັນ​ໄດ້​ຊັດເຈນ​ເລີຍ​​ວ່າ​ ໜ້າ​ເບິ່ງ​ຫຍ່ອນ​ຄ້ອຍ​ໄປ​ຈາກ​ເກົ່າ ແລະ ​ເພາະ​ແບບ​ນີ້​ນີ້​ເອງ​ທີ່​ເຮັດໃຫ້​ຫລາຍໆຄົນ ເກີດ​ຂາດ​ຄວາມຫມັ້ນ​ໃຈ​ຈົນ​ຕ້ອງ​ເຮັດ​ສັນຍະ​ກຳ​ເພື່ອ​ເພີ່ມ​ຄວາມຫມັ້ນ​ໃຈ ບໍ່​ວ່າ​ ຈະ​ເປັນ​ການ​ສີດ​ໂບ​ທັອກ ຫລື ​ສີດ​ຟິນ​ເລີ ເພື່ອ​ໃຫ້​ໜ້າ​ກັບ​ມາ​ເຄັ່ງຕຶງ​ຄື​ເກົ່າ ແຕ່​ກໍ​ຈະ​ມີ​ຜົນ​​ພຽງແຕ່​ຊົ່ວ​ຄາວ​ເທົ່າ​ນັ້ນ ແຖມ​ຍັງ​ອາດ​ສົ່ງ​ຜົນ​ເສຍ​ຕໍ່​ສຸຂະພາບ​ນໍາອີກ​ ຖ້າ​ຫາກ​ໃຊ້​ສານ​ເຄ​ມີ​ເຫລົ່າ​ນີ້​ຫລາຍ​ເກີນ​ໄປ

ພະຍາດ Smartphone face ມີໃຜ​ສ່ຽງແນ່

ເນື່ອງ​ຈາກ​ພະຍາດ​ນີ້​ກ່ຽວ​ຂ້ອງ​ກັບ​ສະ​ມາດ​ໂຟນ​ໂດຍ​ກົງ ກຸ່ມ​ສ່ຽງ​ຈຶ່ງ​ບໍ່ແມ່ນ​ໃຜ​ບ່ອນ​ໃດ ແຕ່​ເປັນ​ຄົົນທີ່​ຕິ​ດສະ​ມາດ​ໂຟນ ​ແລະ ​ໃຊ້​ເວລາ​ໃນ​ການ​ຫລິ້ນ​ສະ​ມາດ​ໂຟນ​ເປັນ​ເວລາ​ດົນ​ຕິດ​ຕໍ່​ກັນ​ເລື້ອຍໆ ບໍ່​ວ່າ​ຈະ​ເປັນ​ຄົນ​ໃນ​ກຸ່ມ​ອາ​ຍຸ​ເທົ່າ​ໃດ​ກໍ​ຕາມ ແຕ່​ຖ້າ​ເປັນ​ໃນ​ກຸ່ມ​ຄົົນທີ່​ມີ​ອາ​ຍຸ​ຫລາຍ​ແລ້ວ ກໍ​ອາດຈະ​ເຮັດໃຫ້​ອາການ​ເກີດ​ຂຶ້ນ​ໄດ້​ໄວ​ຫລາຍ​ຂຶ້ນ​ເນື່ອງ​ຈາກ​ຜິວ​ໜັງ​ຂາດ​ຄວາມ​ຍືນ​ຢຸນ​ຢູ່​ແລ້ວ​

ວິທີ​ການ​ປິ່ນປົວພະຍາດ Smartphone face 

ພະຍາດ​ນີ້​ແມ່ນ​ຈະ​ບໍ່​ມີ​ການ​ປິ່ນປົວ​ໃຫ້​ເຊົາສະນິດ​ໃນ​ທັນ​ທີ ແຕ່​ກໍ​ສາມາດ​ປິ່ນປົວ​ໄດ້​ໂດຍ​ການເຮັດ​ສັນຍະ​ກຳ ເຊິ່ງ​ກໍ​ມີ​ຕັ້ງ​ແຕ່​ການ​ສີດ​ໂບ​ທັອກ ສີດ​ຟິນ​ເລີ ຫລື​ ແມ່ນແຕ່​ການ​ຜ່າ​ຕັດ​ເພື່ອ​ຍົກ​ກະ​ຊັບ​ໜ້າ ແຕ່​ກໍ​ຊ່ວຍ​ປິ່ນປົວ​ໄດ້​ພຽງແຕ່​ຊົ່ວ​ຄາວ​ແຖມ​ຍັງ​ອາດຈະ​ສົ່ງ​ຜົນ​ເສຍ​ນໍາອີກ​​ຖ້າ​ຫາກ​ໃຊ້​ຕິດ​ຕໍ່​ກັນ​ເປັນ​ເວລາ​ດົນ ເຊິ່ງ​ກໍ​ບໍ່ແມ່ນວ່າ ​ການ​ສັນຍະ​ກຳ​ຈະ​ເປັນ​ວິທີ​ດຽວ​ທີ່​ເຮັດໃຫ້​ໜ້າ​ກັບ​ມາ​ເຄັ່ງ​ຕຶງ​ຄືເກົ່າ ຍັງມີ​ຜະລິດຕະພັນ​ທີ່​ໃຊ້​ເພື່ອ​ຍົກ​ກະ​ຊັບ​ກ້າມ​ຊີ້ນ​ບໍລິເວນ​ຄໍ​ໃຫ້​ສາມາດ​ເຮັດ​ເອງ​ໄດ້​ຢູ່ເຮືອນ ຫລື​ ຈະ​ເປັນ​ການເຮັດ​ໂຍ​ຄະ​ໜ້າ ກໍ​ສາມາດ​ຊ່ວຍ​ໃຫ້​ໜ້າກະຊັບໄດ້

ວິທີ​ປ້ອງ​ກັນ​ພະຍາດ Smartphone face 

ວິທີ​ປ້ອງ​ກັນ​ກໍ່​ບໍ່ແມ່ນ​ເລື່ອງ​ຍາກ ພຽງ​ແຕ່​ຫລີກ​ລ້ຽງ​ການ​ຫລິ້ນ​ສະ​ມາດ​ໂຟນ​ຕິດ​ຕໍ່​ກັນ​ເປັນ​ເວລາ​ດົນ​ໆ ແລະ ​ຄວນ​ຈະ​ຍົກ​ໂທລະ​ສັບ​ໃຫ້​ຢູ່ໃນ​ລະ​ດັບ​ສາຍ​ຕາ ຫລື ​ໃນ​ລະ​ດັບ​ທີ່​ບໍ່​ຕ້ອງ​ກົ້ມ​ໜ້າ​ຫລາຍ​ຈົນ​ເກີນ​ໄປ ເພື່ອ​ທີ່​ຄໍ​ຈະ​ໄດ້​ບໍ່​ຕ້ອງ​ຈັງ ​ແລະ ​ບໍ່​ເຮັດໃຫ້​ມີ​ແຮງ​ກົດ​ບໍລິເວນ​ແກ້ມ​ຫລາຍ​ຈົນ​ເກີນ​ໄປ ເຊິ່ງ​ວິທີ​ເຫລົ່າ​ນີ້​ນອກ​ຈາກ​ຈະ​ປ້ອງ​ກັນ​ພະຍາດ Smart face ໄດ້​ແລ້ວ ຍັງ​ສາມາດ​ຊ່ວຍ​ປ້ອງ​ກັນ​ພະຍາດ​ທີ່​ກ່ຽວກັບ​ການ​ຫລິ້ນ​ສະ​ມາດ​​ໂຟນ​ເປັນ​ເວລາ​ດົນ​ໆໄດ້​ອີກ​ ໄດ້​ປະໂຫຍດ​ຫລາຍ​ຕໍ່​ເລີຍ​

ການ​ຫລິ້ນ​ສະ​ມາດ​ໂຟນ​ຕິດ​ຕໍ່​ກັນ​ເປັນ​ເວລາ​ດົນ ຍັງ​ສົ່ງ​ຜົນ​ເສຍ​ຕໍ່​ຮ່າງກາຍ​ໄດ້​ອີກ​ຫລວງຫລາຍ ບໍ່ແມ່ນ​ພຽງແຕ່​ພະຍາດ Smartphone face ຫລື​ພະຍາດ Text neck ດັ່ງ​ນັ້ນ​ເພື່ອ​ເປັນ​ການ​ປ້ອງ​ກັນ​ບໍ່​ໃຫ້​ພົບ​​ກັບ​ບັນຫາ​ສຸຂະພາບ ກໍ​ຄວນ​ຫລຸດ​ການ​ຫລິ້ນ​ສະມາດ​​ໂຟນ​ໃຫ້​ໜ້ອຍ​ລົງ​ເຫລືອ​ພຽງ​ເທົ່າ​ທີ່​ຈຳ​ເປັນ​ເທົ່າ​ນັ້ນ ອາດຈະ​ຟັງ​ເບິ່ງ​ຍາກ ແຕ່​ຖ້າ​ຫາກ​ເຮົາ​ຕັ້ງ​ໃຈ​ເຮັດ​ແທ້ໆ ເຊື່ອ​ວ່າ​ ເຮົາ​ສາມາດ​ເຮັດ​ໄດ້​ຢ່າງ​ແນ່ນອນ​

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...