spot_img
Homeຂ່າວທ້ອງຖິ່ນແຂວງອັດຕະປື ຈະຢຸດຕິຂຸດຄົ້ນຄຳຕົກຂ້ອນໃນທົ່ວແຂວງ

ແຂວງອັດຕະປື ຈະຢຸດຕິຂຸດຄົ້ນຄຳຕົກຂ້ອນໃນທົ່ວແຂວງ

Published on

ແຂວງອັດຕະປື ຈະຢຸດຕິຂຸດຄົ້ນຄຳຕົກຂ້ອນໃນທົ່ວແຂວງ ພາຍຫຼັງທີ່ໄລຍະຜ່ານມາການຂຸດຄົ້ນຢູ່ຕາມແຄມສາຍນ້ຳເຊກອງ ເຊກະໜານ ແລະ ຕາມສາຍຫ່ວຍຮ່ອງຕ່າງໆ ໃນຜ່ານມາແມ່ນມີຜົນກະທົບທີ່ຕິດພັນກັບການດຳລົງຊີວິດຂອງປະຊາຊົນຢູ່ບາງທ້ອງຖິ່ນ ແລະ ບາງຈຸດບໍ່ຄ່ອຍຮັບປະກັນຄວາມປອດໄພທາງດ້ານສະພາບແວດລ້ອມ ແລະ ບັນຫາອື່ນໆທີ່ອາດຈະເກີດຂຶ້ນ.

ຕາມແຫຼ່ງຂ່າວຈາກນັກຂ່າວແຂວງອັດຕະປື ໃຫ້ຮູ້ວ່າ: ໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ແຂວງອັດຕະປື ຊຸດທີ II ທີ່ໄດ້ໄຂຂຶ້ນໃນວັນທີ 16-18 ມັງກອນ 2024 ທ່ານ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ອັດຕະປື ໄດ້ລາຍງານໃນແຜນພັດທະນາ ເສດຖະກິດ-ສັງຄົມ ຂອງອົງການປົກຄອງແຂວງ ຕໍ່ຜູ້ແທນກອງປະຊຸມໂດຍໃຫ້ຮູ້ວ່າ: “ອີງຕາມການຕົກ ລົງຂອງຄະນະປະຈຳພັກແຂວງ ນັບແຕ່ປີ 2024 ເປັນຕົ້ນໄປ ແມ່ນຈະໄດ້ຢຸດຕິການຂຸດຄົ້ນຄໍາຕົກຂ້ອນໃນທົ່ວແຂວງ ເຊິ່ງລາຍລະອຽດໄດ້ມອບໃຫ້ພະແນກພະລັງ ງານ ແລະ ບໍ່ແຮ່ແຂວງ ຮ່າງຄຳສັ່ງ ຄາດວ່າ ໃນທິດນີ້ ຈະໄດ້ລົງລາຍເຊັນ ແລ້ວເລີ່ມປະຕິ ບັດເລີຍ”.

ຕໍ່ກັບການຕັດສິນໃຈ ແລະ ການຕົກລົງຂອງຄະນະປະຈຳພັກແຂວງໃນຄັ້ງນີ້ ແມ່ນໄດ້ສ້າງຄວາມປະທັບໃຈ ແລະ ໃຫ້ການສະໜັບສະໜູນຈາກບັນດາສະມາຊິກສະພາປະຊາຊົນແຂວງເປັນຈຳນວນຫຼາຍໂດຍຢຶດໝັ້ນກຳນົດເອົາຫຼັກການນຳພາຂອງພັກ ແລະ ລະບຽບກົດໝາຍຂອງລັດເປັນທີ່ຕັ້ງການລົງທຶນຕ້ອງຮັບປະກັນໄດ້ຕໍ່ໜ້າກົດໜາຍ ແລະ ລະບຽບການຂອງລັດວາງອອກຢ່າງເຄັ່ງຄັດ ເພາະ ວ່າ: ການຢຸດຕິການຂຸດຄົ້ນຄຳຕົກຂ້ອນທີ່ຕັ້ງຈຸດຂຸດຄົ້ນຕາມແຄມສາຍນ້ຳເຊກອງ ເຊກະໜານ ແລະ ຕາມສາຍຫ່ວຍຮ່ອງຕ່າງໆ ໃນຜ່ານມາແມ່ນມີຜົນກະທົບທີ່ຕິດພັນກັບການດຳລົງຊີວິດຂອງປະຊາຊົນຢູ່ບາງທ້ອງຖິ່ນ ແລະ ບາງຈຸດບໍ່ຄ່ອຍຮັບປະກັນຄວາມປອດໄພທາງດ້ານສະພາບແວດລ້ອມ ແລະ ບັນຫາອື່ນໆທີ່ອາດຈະເກີດຂຶ້ນ ແລະ ການຢຸດຕິການຂຸດຄົ້ນແນໃສ່ເພື່ອໃຫ້ເຂັ້ມງວດການປະຕິບັດຄໍາສັ່ງ ເລກທີ 16 ຂອງເຈົ້າແຂວງ ລົງວັນທີ 28 ກັນຍາ 2023 ວ່າດ້ວຍການເພີ່ມທະວີ ຄວາມເຂັ້ມງວດໃນການຄຸ້ມຄອງປົກປັກຮັກສາປ່າໄມ້.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...