spot_img
Homeຂ່າວທ້ອງຖິ່ນເມືອງຊົນນະບູລີ ຊຸກຍູ້ປະຊາຊົນສ້າງ ຝາຍເກັບນ້ຳ ສະໜອງການຜະລິດລະດູແລ້ງ

ເມືອງຊົນນະບູລີ ຊຸກຍູ້ປະຊາຊົນສ້າງ ຝາຍເກັບນ້ຳ ສະໜອງການຜະລິດລະດູແລ້ງ

Published on

ແຫລ່ງຂ່າວຈາກ ແຂວງສະຫວັນນະເຈດ ໃຫ້ຮູ້ວ່າ: ວັນທີ 15 ມັງກອນ 2024, ທ່ານ ຄໍາສຸກ ອິນທະວົງ ຫົວໜ້າຫ້ອງການກະສິກຳ-ປ່າໄມ້ເມືອງ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງ ໄດ້ນຳພາອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນບ້ານທ່າຄໍາເຫລືອມ ເມືອງຊົນນະບູລີ ສ້າງຂະບວນການປ້ານຝາຍກັກເກັບນ້ຳ ທີ່ເຊຊັງຊອຍ ຍາວປະມານ 80 ແມັດ, ກວ້າງ 4 ແມັດ ແລະ ສູງ 2 ແມັດ ເພື່ອກະກຽມນ້ຳໄວ້ສະໜອງ ໃຫ້ແກ່ການຜະລິດກະສິກຳລະດູແລ້ງ ຂອງບ້ານທ່າຄໍາເຫລືອມ ໄດ້ໃນເນື້ອທີ່ຕາມແຜນ 436,37 ເຮັກຕາ.

ໂອກາດນີ້, ນາຍບ້ານທ່າຄໍາເຫລືອມໄດ້ໃຫ້ຮູ້ວ່າ: ເພື່ອເປັນການກະກຽມນ້ຳ ໄວ້ສະໜອງໃນການ ຜະລິດກະສິກຳລະດູແລ້ງ ໃຫ້ກັບຫົວງານຊົນລະປະທານ 2 ແຫ່ງພາຍໃນບ້ານ ແຕ່ລະປີອຳນາດການປົກຄອງບ້ານ ໄດ້ປະສານສົມທົບຫາຫ້ອງການກະສິກຳ-ປ່າໄມ້ເມືອງ ເພື່ອຂໍທິດຊີ້ນຳ ແລະ ສະໜອງອຸປະກອນ ເປັນຕົ້ນ ເປົາທີ່ໃຊ້ໃນການສ້າງຝາຍກັກເກັບນ້ຳຕາມສາຍເຊຊັງຊອຍ ເຊິ່ງເປັນອີກວິທີໜຶ່ງ ທີ່ຈະຊ່ວຍເກັບນ້ຳໄດ້. ການສ້າງຝາຍດັ່ງກ່າວ, ອໍານາດການປົກຄອງບ້ານໄດ້ລະດົມການປະກອບສ່ວນທາງດ້ານເຫື່ອແຮງ ແລະ ວັດຖຸອຸປະກອນຈຳນວນໜຶ່ງນຳພໍ່ແມ່ປະຊາຊົນ ເພື່ອຂຸດດິນໃສ່ເປົາແລ້ວປ້ານເປັນຄັນ. ພ້ອມນີ້, ຍັງໄດ້ນໍາໃຊ້ລົດຈົກດິນຖົມຕາມຫວ່າງ ເພື່ອຕັນນ້ຳໄວ້. ສ່ວນເປົາໃສ່ດິນ ແມ່ນຫ້ອງການກະສິກຳ-ປ່າໄມ້ເມືອງ ເປັນຜູ້ສະໜອງໃຫ້ 3.000 ເປົາ ເຊິ່ງຈະໃຊ້ເວລາສ້າງປະມານ 4 ວັນ ຈຶ່ງຈະສຳເລັດ.

ທ່ານ ຄໍາສຸກ ອິນທະວົງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຍັງໃຫ້ຮູ້ອີກວ່າ: ໃນຕໍ່ໜ້ານີ້ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຈະໄດ້ສືບຕໍ່ນໍາພາອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາ ຊົນ ບ້ານກອງປະທຸມວັນ ແລະ ບ້ານຊຽງຮົ່ມ ແລະ ບ້ານອື່ນໆທີ່ມີເງື່ອນໄຂ ສ້າງຂະບວນການປ້ານຝາຍເກັບນໍ້າ ຕື່ມອີກ.

ທີ່ມາ: ປະເທດລາວ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...