spot_img
Homeຂ່າວຕ່າງປະເທດປາປົວນິວກີນີເດືອດ! ກໍ່ເຫດປຸ້ນຈີ້ ເຜົາຮ້ານຄ້າ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 16 ຄົນ ໃນສອງເມືອງ

ປາປົວນິວກີນີເດືອດ! ກໍ່ເຫດປຸ້ນຈີ້ ເຜົາຮ້ານຄ້າ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 16 ຄົນ ໃນສອງເມືອງ

Published on

ອີງຕາມສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 10 ມັງກອນ 2024 ຜ່ານມາ, ໄດ້ເກີດເຫດຄວາມວຸ້ນວາຍພາຍໃນປະເທດປາປົວນິວກີນີ ປະເທດໝູ່ເກາະມນມະຫາສະມຸດ ທາງເໜືອຂອງອອສເຕເລີຍ ໂດຍມີຄົນຈຳນວນຫຼາຍອອກມາປຸ້ນຈີ້ ແລະ ຈູດໄຟເຜົາຮ້ານຄ້າ ແລະ ຊັບສິນຕ່າງໆ ໃນກຸງພອສມອສບີ ເມືອງຫຼວງຂອງປະເທດ.

ເຫດການຄວາມວຸ້ນວາຍນີ້ເກີດຂຶ້ນເນື່ອງຈາກ ເຈົ້າໜ້າທີ່ຕຳຫຼວດປະຈຳເມືອງຫຼວງພາກັນນັດຢຸດປະຕິບັດໜ້າທີ່ ເພື່ອຮວມຕົວກັນເພື່ອປະທ້ວງ ຈາກກໍລະນີທີ່ເງິນພວກເຂົາຫາຍໄປບາງສ່ວນ.

ທ່ານ ພາວ ປາຄອບ ຜູ້ວ່າການເຂດເມືອງຫຼວງແຫ່ງຊາດ ກ່າວວ່າ: ຊັບສິນໄດ້ຖືກຜູ້ສວຍໂອກາດປຸ້ນໄປ ຫຼັງຈາກເຫດການຄວບຄຸມບໍ່ໄດ້ ຈາກເຫດການດັ່ງກ່າວເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 9 ຄົນ ແລະ ເສຍຊີວິດອີກ 7 ຄົນ ຈາກເມືອງແລ ທາງຕອນເໜືອຂອງປະເທດ, ທາງດ້ານນາຍົກລັດຖະມົນຕີປາປົວນິວກີນີ ໄດ້ອອກຄຳສັ່ງສົ່ງຕຳຫຼວດພິເສດລົງພື້ນທີ່ເພື່ອຮັກສາຄວາມສະຫງົບຮຽບຮ້ອຍແລ້ວ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...