Homeຂ່າວຕ່າງປະເທດບໍລິຈາກເງິນ 100 ລ້ານວອນ ຊ່ວຍເຫຼືອເດັກ ສປປ ລາວ

ບໍລິຈາກເງິນ 100 ລ້ານວອນ ຊ່ວຍເຫຼືອເດັກ ສປປ ລາວ

Published on

ຫຼໍ່ ແລະ ໃຈບຸນທີ່ສຸດ, ເຟລິກ Straykids ໄດ້ບໍລິຈາກເງິນຊ່ວຍເຫຼືອເດັກໃນລາວ ຈຳນວນ 100 ລ້ານວອນ ຫຼື ປະມານ 1,568,487,300 ກີບ.

ອີງຕາມ ເວັບໄຊ້ຕ່າງປະເທດ ໄດ້ລາຍງານໃຫ້ຮູ້ວ່າ: ເມື່ອວັນທີ 4 ມັງກອນທີ່ຜ່ານມາ, ເຟລິກ ນັກຮ້ອງສະມາຊິກວົງບອຍແບຣນ Straykids ໄດ້ທຳການບໍລິຈາກເງິນຈຳນວນ 100 ລ້ານວອນ ຫຼື ປະມານ 1,568,487,300 ກີບ ໃຫ້ກັບອົງກອນຢູນິເຊັບ ຖືວ່າເປັນສະມາຊິກ ຄົນທຳອິດໃນປີ 2024 ນີ້ທີ່ເຂົ້າຮ່ວມໂຄງການບໍລິຈາກເພື່ອຊ່ວຍເຫຼືອເດັກນ້ອຍໃນ ສປປ ລາວ ທີ່ປະສົບກັບບັນຫາດ້ານສຸຂະພາບອັນ ເນື່ອງມາຈາກຂໍ້ຈຳກັດໃນການເຂົ້າເຖິງນໍ້າສະອາດ ແລະ ໄດ້ຮັບໂພຊະນາການອາຫານທີ່ບໍ່ພຽງພໍ.

ສຳລັບການບໍລິຈາກໃນຄັ້ງນີ້, ເຟລິກ ໄດ້ກ່າວວ່າ: ”ຕົນເອງເຂົ້າຮ່ວມໂຄງການບໍລິຈາກນີ້ກໍເພາະຕ້ອງການແບ່ງປັນຄວາມຮັກທີ່ໄດ້ຮັບ ຈາກແຟນໆ, ຕົນຫວັງວ່າເດັກນ້ອຍຫຼາຍຄົນໃນ ສປປ ລາວທີ່ປະເຊີນກັບຄວາມທຸກຍາກລຳບາກ ທາງໃນການເຂົ້າເຖິງນໍ້າດື່ມທີ່ ສະອາດ ແລະ ບໍ່ໄດ້ຮັບໂພຊະນາການອາຫານຢ່າງພຽງພໍຕາມຄວາມຕ້ອງການ, ຫວັງວ່າເດັກນ້ອຍທຸກຄົນຈະເຕີບໃຫຍ່ຂຶ້ນມາຢ່າງມີສຸຂະພາບແຂງແຮງພ້ອມກັບສະພາບແວດລ້ອມທີ່ເອື້ອອຳນວຍຍິ່ງຂຶ້ນໃນອະນາຄົດ”.

ກ່ອນໜ້ານີ້, ໃນເດືອນມີນາ 2023, ເຟລິກໄດ້ຮັບການແຕ່ງຕັ້ງໃຫ້ເປັນສະມາຊິກຂອງອົງກອນ Save the Children ເພາະເປັນບຸກຄົນໜຶ່ງທີ່ທຳການບໍລິຈາກເງິນເພື່ອຊ່ວຍເຫຼືອອົງກອນເປັນປະຈຳ, ເຊິ່ງລາວໄດ້ເລີ່ມທຳການບໍລິຈາກເງິນໃຫ້ກັບ ອົງກອນ Save the Children ຕັ້ງແຕ່ປີ 2020 ເປັນຕົ້ນມາ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...