Homeຂ່າວຕ່າງປະເທດອັບເດດຫຼ້າສຸດ! ເຫດແຜ່ນດິນໄຫວຮຸນແຮງ 7.6 ແມັກນິຈູດ ທີ່ປະເທດຍີ່ປຸ່ນ

ອັບເດດຫຼ້າສຸດ! ເຫດແຜ່ນດິນໄຫວຮຸນແຮງ 7.6 ແມັກນິຈູດ ທີ່ປະເທດຍີ່ປຸ່ນ

Published on

ອີງຕາມສຳນັກຂ່າວຕ່າງປະເທດລາຍງານ ເຫດການເກີດແຜ່ນດິນໄຫວຂະໜາດ 7.6 ແມັກນິຈູດ ຢູ່ແຂວງອິຊິຄາວະ ປະເທດຍີ່ປຸ່ນໃນຊ່ວງບ່າຍວັນທີ 1 ມັງກອນ 2024 ທີ່ຜ່ານມາ, ເຮັດໃຫ້ຄວາມເສຍຫາຍຂະຫຍາຍເປັນວົງກວ້າງບ້ານເຮືອນຫຼາຍກວ່າ 30,000 ຫຼັງເສຍຫາຍ ແລະ ມີຜ้ູເສຍຊີວິດທັງໝົດ 13 ຄົນ.

ຈາກເຫດການດັ່ງກ່າວທາງການຍີ່ປຸ່ນໄດ້ປະກາດເຕືອນໄພ ສຶນາມິ ລະດັບສີເຫຼືອງໃນຫຼາຍແຂວງໄດ້ແກ່: ອິຊິກາວະ, ໂທຍາມະ, ນີງາຕະ, ຍາມາງາຕະ, ຟຸກຸອິ, ກຽວໂຕ, ຣຽວໂງະ, ທາຕະໂທຣິ, ຊິມາເນະ, ອາກິຕະ, ອາໂອໂມຣິ ແລະ ຣອກໄກໂດ.

ຫຼ້າສຸດ ສະຖານເອກອັກຄະລັດຖະທູດ ທີ່ກຸງໂຕກຽວ ປະເທດຍີ່ປຸ່ນໄດ້ແຈ້ງວ່າເມື່ອເວລາ 10:01 ນາທີ ຂອງວັນທີ 2 ມັງກອນ 2024 ຕາມເວລາຍີ່ປຸ່ນເຊິ່ງໄວກວ່າເວລາທີ່ລາວ 2 ຊົ່ວໂມງ ທາງກົມອຸຕຸນິຍົມວິທະຍາຍີ່ປຸ່ນໄດ້ຍົກເລີກປະກາດການເຝົ້າລະວັງການເກີດຄື້ນສຶນາມິໃນທຸກພື້ນທີ່ແລ້ວ.

ຢາງໃດກໍຕາມອາດມີການປ່ຽນແປງຂອງລະດັບນ້ຳທະເລຢ່າງຕໍເນື່ອງ ທາງການຍີ່ປຸ່ນຈຶງປະກາດເຕືອນໃຫ້ຊາວປະມົງໃຫ້ລະມັດລະວັງໃນການອອກເຮືອ, ລວມທັງໃນອາທິດນີ້ໂດຍສະເພາະ 2-3 ມື້ຂ້າງໜ້າ ກົມອຸຕຸນິຍົມວິທະຍາປະເທດຍີ່ປຸ່ນໃຫ້ເຜົ້າລະວັງເຫດແຜ່ນດິນໄຫວທີ່ຍັງຈະຕາມມາເປັນໄລຍະ (aftershocks)

ບົດຄວາມຫຼ້າສຸດ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...