spot_img
Homeຂ່າວພາຍ​ໃນໄຂກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2023

ໄຂກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2023

Published on

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2023 ໄຂຂຶ້ນຢ່າງເປັນທາງການ ໃນ ວັນທີ 26 ທັນວາ 2023 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາ ຊິກລັດຖະບານ, ເຈົ້າແຂວງ, ເຈົ້າຄອງນະຄອນຫລວງວຽງຈັນ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດທຽບເທົ່າກະຊວງ, ສູນກາງແນວລາວສ້າງຊາດ, ອົງການນິຕິບັນຍັດ, ອົງການຕຸລາການ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ບັນດາອົງການຈັດຕັ້ງມະຫາຊົນ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ.

ກອງປະຊຸມລັດຖະບານເປີດກວ້າງຄັ້ງນີ້, ຈະດໍາເນີນໃນລະຫວ່າງວັນທີ 26-27 ທັນວາ 2023 ຊຶ່ງລັດຖະບານ ຈະໄດ້ສະຫລຸບຜົນການຈັດຕັ້ງປະຕິບັດ ບັນດາມາດຕະການວຽກງານສະເພາະ ແລະ ແຜນວຽກຂອງລັດຖະບານ ໃນໄລຍະຜ່ານມາ; ຈະໄດ້ເຜີຍແຜ່ໃຫ້ຮັບຮູ້ ແລະ ເຂົ້າໃຈເປັນເອກະພາບ ກ່ຽວກັບການກຳນົດໜ້າວຽກຕົວຈິງ ແລະ ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະຂະແໜງການລະອຽດ ໃນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ມະຕິຂອງຄະນະບໍລິຫານງານສູນກາງພັກ ເລກທີ 05/ຄບສພ ວ່າດ້ວຍສືບຕໍ່ຊຸກຍູ້ການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ ຕິດພັນກັບແຜນວຽກຈຸດສຸມຂອງລັດຖະບານ ທີ່ຈະຕ້ອງໄດ້ບຸກທະລຸໃນປີ 2024. ສຳລັບ ຫົວຂໍ້ຕົ້ນຕໍ, ກອງປະຊຸມ ຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ 3 ວາລະສຳຄັນ ດັ່ງນີ້:

1. ສະຫລຸບການປະຕິບັດ ມະຕິກອງປະຊຸມລັດຖະ ບານເປີດກວ້າງ ຄັ້ງທີ I ເລກທີ 08/ລບ, ລົງວັນທີ 12 ກໍລະກົດ 2023 ແລະ ລົງເລິກການຕີລາຄາການເຄື່ອນໄຫວວຽກຂອງ ຄະນະສະເພາະກິດຮັບຜິດຊອບແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ຕາມມະຕິຕົກລົງ ເລກທີ 19/ກມສພໃນໄລຍະ 6 ເດືອນ, ພ້ອມທັງສະເໜີວຽກຈຸດສຸມຂອງລັດຖະບານປີ 2024 ຕິດພັນກັບການເຜີຍແຜ່ດຳລັດ ວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ປີ 2024 ແລະ ການແກ້ໄຂຜົນການກວດສອບ ແລະ ເຜີຍແຜ່ມະຕິ ວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດມະຕິ 05/ຄບສພ;

2. ປຶກສາຫາລືການແບ່ງຄວາມຮັບຜິດຊອບຕົວຈິງ ໃຫ້ທ້ອງຖິ່ນໃນວຽກງານຈໍານວນໜຶ່ງ ຄື: ການມອບຄວາມຮັບຜິດຊອບໃຫ້ທ້ອງຖິ່ນ ເປັນເຈົ້າການຕິດຕາມກວດກາ, ຊຸກຍູ້ ແລະ ຄຸ້ມຄອງໂຄງການລົງທຶນ ທີ່ສູນກາງອະນຸມັດ ໂດຍໃຫ້ມີບັນຊີໂຄງການຕົວຈິງມອບໃຫ້ແຕ່ລະແຂວງ; ການແບ່ງ ແລະ ມອບໂອນຫົວໜ່ວຍລາຍຮັບ ທີ່ເປັນພູດຂອງສູນກາງ ໃຫ້ທ້ອງຖິ່ນເປັນຜູ້ເກັບ ໂດຍໃຫ້ມີບັນຊີຫົວໜ່ວຍລາຍຮັບຕົວຈິງ ມອບໃຫ້ແຕ່ລະແຂວງ ແລະ

3. ວຽກງານແຂ່ງຂັນຍ້ອງຍໍ: ສະຫລຸບບວຽກງານແຂ່ງຂັນຍ້ອງຍໍລະດັບຊາດປີ 2023 ແລະ ສະເໜີທິດທາງ ແລະ ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະ ນາ ປະຈຳປີ 2024; ລາຍງານຜົນການແກ້ໄຂບັນຫາດເຂດແດນເຊື່ອມຕໍ່ ລະຫວ່າງ ນະຄອນຫລວງວຽງຈັນກັບແຂວງ, ລະຫວ່າງແຂວງກັບແຂວງ ໃນທົ່ວປະເທດ; ບັນດາຂະແໜງການ ແລະ ທ້ອງຖິ່ນໃຫ້ສະເໜີໂຄງການແຂ່ງຂັນຮັກຊາດ ແລະ ພັດທະນາຂອງຕົນ ໃນປີ 2024.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ກ່າວວ່າ: ກອງປະຊຸມເປີດກວ້າງ ຄັ້ງນີ້ຈັດຂຶ້ນໃນທ່າມກາງທີ່ສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສະຫລັບຊັບຊ້ອນ ເຊິ່ງສະພາບການດັ່ງກ່າວ ເປັນປັດໃຈສົ່ງຜົນກະທົບຊ້ຳເຕີມຕໍ່ການຟື້ນຕົວ ແລະ ການຂະຫຍາຍຕົວທາງດ້ານເສດຖະ ກິດ-ການຄ້າໂລກ ຢ່າງຫລີກລ່ຽງໄດ້ຍາກ.

ສໍາລັບຢູ່ປະເທດເຮົາ ແມ່ນໄດ້ຮັບຜົນກະທົບທາງກົງ ແລະ ທາງອ້ອມ ໂດຍສະເພາະ ບັນຫາອັດຕາເງິນເຟີ້ເພີ່ມຂຶ້ນສູງ, ລາຄາສິນຄ້າແພງຂຶ້ນ, ຄ່າຄອງຊີບຊີບສູງຂຶ້ນ ແຕກໂຕນກັບລາຍຮັບ ເຮັດໃຫ້ເພີ່ມຄວາມກົດດັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນ. ຕໍ່ສະພາບການດັ່ງກ່າວ, ລັດຖະບານ ຈະຕ້ອງໄດ້ພ້ອມຈິດພ້ອມໃຈ ເລັ່ງໃສ່ປະຕິບັດມາດຕະການແກ້ໄຂຕ່າງໆ ໂດຍສະເພາະ ອັນທີ່ໄດ້ຮ່ວມກັນກຳນົດອອກມາເປັນນິຕິກຳ, ເປັນແຜນປະຕິບັດຕົວຈິງຜ່ານມາ. ບົນຈິດໃຈດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງບັນດາສະມາຊິກລັດຖະບານ, ບັນດາເຈົ້າແຂວງ, ເຈົ້າຄອງນະຄອນຫລວງ ແລະ ແຂກຖືກເຊີນ ທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈົ່ງເພີ່ມທະວີຄວາມພະຍາຍາມເປັນເຈົ້າການຮ່ວມກັນ, ສຸມທຸກສະຕິປັນຍາ ແລະ ຍົກສູງຄວາມຕັດສິນໃຈທາງການເມືອງ ທີ່ເປັນເອ ກະພາບກັນ ເພື່ອໃຫ້ສາມາດແກ້ໄຂບັນດາສິ່ງທ້າທາຍດັ່ງກ່າວໃຫ້ຕົກໄປເທື່ອລະກ້າວ; ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ມີສ່ວນຮ່ວມຮັບຜິດຊອບປະກອບຄໍາເຫັນຕໍ່ກອງປະຊຸມ ຢ່າງເລິກເຊິ່ງ ໂດຍການສະເໜີທັດສະນະທີ່ສ້າງສັນ, ກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ຈະແຈ້ງ ເພື່ອໃຫ້ກອງປະຊຸມຄັ້ງນີ້ ມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍທີ່ໄດ້ກໍານົດໄວ້.
ຂ່າວ: ກົມປະຊາສໍາພັນ ຫສນຍ.

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...